ນາຍົກລັດຖະມົນຕີ ອັງກິດ ປະຕິຮູບຄະນະລັດຖະບານ
(VOVWORLD) - ລັດຖະມົນຕີພັດທະນາສາກົນ, ຄົມມະນາຄົມ, ສາທາລະນະສຸກ, ລັດຖະມົນຕີຮັບຜິດຊອບເຂດ Wales, ລັດຖະມົນຕີປະຊາຄົມ, ຕຸລາການ, ການສຶກສາ, ການຄ້າ…
ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May
(ພາບ: EPA/TTXVN)
|
ວັນທີ 11 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ໄດ້ປະຕິຮູບຄະນະລັດຖະບານໃນນັ້ນມີບັນດາຕຳແໜ່ງຫຼັກແຫຼ່ງເກືອບທັງໝົດໃນລັດຖະບານ. ບັນດາຕຳແໜ່ງປ່ຽນແທນລວມມີ: ລັດຖະມົນຕີພັດທະນາສາກົນ, ຄົມມະນາຄົມ, ສາທາລະນະສຸກ, ລັດຖະມົນຕີຮັບຜິດຊອບເຂດ Wales, ລັດຖະມົນຕີປະຊາຄົມ, ຕຸລາການ, ການສຶກສາ, ການຄ້າ… ການກະທຳນີ້ຊ່ວຍໃຫ້ທ່ານນາງ Theresa May ແບກຫາບໜ້າທີ່ຮັບຜິດຊອບສຳຄັນ, ໃນນັ້ນ ມີວິວັດທະນາການເຈລະຈາກ່ຽວກັບເລື່ອງຖອນອອກຈາກ ສະຫະພາບ ເອີລົບ (ອີຢູ), ຫຼື ຍັງເອີ້ນວ່າ Brexit, ຖືກຕາມແຜນການທີ່ໄດ້ວາງອອກ. ຄາດວ່າ, ຄະນະລັດຖະບານໃໝ່ຈະໄດ້ຮັບການປະກາດໃນ ອາທິດໜຶ່ງອີກ.