ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີເສດຖະກິດເຢຍລະມັນ
ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີ
ເຢຍລະມັນ Philipp Roesler (ພາບ : baodientuchinhphu )
|
Vovworld- ຕອນບ່າຍວັນທີ 18/9, ຢູ່ຮ່າໂນ້ຍ, ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີເຢຍລະມັນ Philipp Roesler ຊຶ່ງພວມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ຕີລາຄາສູງການເຮັດວຽກລະຫວ່າງ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີເຢຍລະມັນ Philipp Roesler ກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ. ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນວ່າ ລັດຖະບານຫວຽດນາມຈະສ້າງທຸກເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດານັກລົງທຶນເຢຍລະມັນເຂົ້າມາເຄື່ອນໄຫວຢູ່ຫວຽດນາມ, ໃນນັ້ນໃຫ້ບຸລິມາສິດແກ່ບັນດາວິສາຫະກິດເຢຍລະມັນລົງທຶນໂຄງການຜະລິດ, ກໍ່ສ້າງພື້ນຖານໂຄງລ່າງ ເພື່ອເພີ່ມທະວີດຶງດູດການລົງທຶນຂອງເຢຍລະມັນເຂົ້າຫວຽດນາມ, ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ສະເໜີ 2 ຝ່າຍຈົ່ງຜັນຂະຫຍາຍບັນດາໂຄງການທີ່ 2 ຝ່າຍໄດ້ຕົກລົງກັນຢ່າງມີປະສິດທິຜົນ. ທ່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຍັງສະເໜີເຢຍລະມັນ ສະໜັບສະໜູນການແກ້ໄຂບັນຫາຢູ່ເຂດທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ສ່ວນ ທ່ານລັດຖະມົນຕີກະຊວງເສດຖະກິດ ແລະ ເຕັກໂນໂລຊີເຢຍລະມັນ Philipp Roesler ເນັ້ນໜັກວ່າ ເຢຍລະມັນສະໜັບສະໜູນຫວຽດນາມເພີ່ມທະວີການພົວພັນຮ່ວມມືຢ່າງຮອບດ້ານກັບ EU ແລະ ທາງຝ່າຍເຢຍລະມັນພ້ອມແລ້ວໃຫ້ການຊ່ວຍໜູນຫວຽດນາມໃນຂົງເຂດການເງິນ, ວິທະຍາສາດເທັກໂນໂລຢີ, ເພີ່ມທະວີການຊ່ວຍເຫຼືອພັດທະນາໃຫ້ແກ່ຫວຽດນາມ......