ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຮອງນາຍົກ ລັດຖະມົນຕີລາວ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຮອງນາຍົກ ລັດຖະມົນຕີລາວ - ảnh 1
ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung
ຕ້ອນຮັບຮອງນາຍົກລັດຖະມົນຕີລາວ ສົມ​ສະຫວ​າດ ​ເລັ່ງສະຫວັດ
(ພາບ: chinhphu.vn)


(vovworld) - ວັນ​ທີ 7/4, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວ​າດ ​ເລັ່ງສະຫວັດ ທີ່​ພວມ​ຢ້ຽມຢາມຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ທ້ອງ​ຖີ່​ນຕ່າງໆ​ຂອງ​ຫວຽດນາມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມ​ສະຫວາດ ​ເລັ່ງສະຫວັດ, ​ຖື​ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ​ບົດຮຽນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ກວດກາ​ຄືນ​ການ​ຜັນ​ຂະຫຍາຍ​ປະຕິບັດບັນດາ​ສັນຍາ​ຂັ້ນ​ສູງລະຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີNguyen Tan Dung ຢືນຢັນ​ວ່າ: ຫວຽດນາມ​ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະ​ສິດສູງ​ສຸດ​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ, ຖື​ນີ້​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຕ້ອງ​ໄດ້​ຮັບ​ການ​ຮັກ​ສາ ​ແລະ ສືບ​ທອດ​ໃຫ້​ຄົນລຸ້ນ​ຕໍ່​ໄປ.

 

ຂ່າວ/ບົດ​ອື່ນ