( vovworld ) - ວັນທີ 31/5, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ໄປເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກອາຊີຕາເວັນອອກ 2012 ( WEF ອາຊີຕາເວັນອອກ 2012 ) ຢູ່ບາງກອກ, ປະເທດໄທ ຕາມຄຳເຊື້ອເຊີນຂອງທ່ານນາງນາຍົກລັດຖະມົນຕີລາຊະອານາຈັກໄທ ຍິງຮັກ ຊິນນະວັດ ແລະ ທ່ານປະທານເວທີປາໄສເສດຖະກິດໂລກ Klaus Schwab. ຫົວຂໍ້ຂອງກອງປະຊຸມເວທີປາໄສເສດຖະກິດໂລກອາຊີຕາເວັນອອກປີນີ້ແມ່ນ “ ກຳນົດທິດອະນາຄົດໃຫ້ແກ່ພາກພື້ນຜ່ານການເຊື່ອມຕໍ່ ”, ໄດ້ສຸມໃສ່ 3 ເນື້ອໃນຕົ້ນຕໍ່ຄື: ບົດບາດຂອງບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕສູງຂອງອາຊຽນ ໃນການສ້າງຄວາມສົມດູນຄືນໃໝ່ໃຫ້ແກ່ແງ່ຫວັງເສດຖະກິດທົ່ວໂລກ ແລະ ພາກພື້ນ; ບົດບາດຂອງບັນດາລັດຖະບານ ແລະ ອົງການຈັດຕັ້ງໃນການສະເໜີ, ຜັນຂະຫຍາຍບັນດານະໂຍບາຍການເງິນຢ່າງມີປະສິດທິຜົນ ເພື່ອແນໃສ່ຄວບຄຸມໄພເງິນເຟີ້, ທຶນໝູນວຽນ, ການເໜັງຕິງຂອງລາຄາສິນຄ້າ ແລະ ການເຕີບໂຕດູນດ່ຽງ, ນຳໃຊ້ທ່າແຮງດ້ານປະຊາກອນ ແລະ ເຕັກໂນໂລຊີໃນພາກພື້ນເພື່ອພັດທະນາບັນດາຮູບແບບເຕີບໂຕຜ່ານການປ່ຽນໃໝ່, ປັບປຸງກົນໄກລະດົມຜູ້ເກັ່ງກ້າສາມາດ, ຈິດໃຈດຳເນີນທຸລະກິດ ແລະ ສ້າງເຕັກນິກ.