ນຳການພົວພັນຫວຽດນາມ-ຍີ່ປຸ່ນພັດທະນາຂຶ້ນສູ່ລະດັບສູງໃໝ່
(ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນ
ກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຈະເດີນທາງຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ ແຕ່ວັນທີ 15 – 18/9/2015. ວັນທີ 12/9, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕອບສຳພາດບາງສຳນັກຂ່າວສານ, ສື່ມວນຊົນໃຫຍ່ຂອງ ຍີ່ປຸ່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນ ຄັ້ງທຳອິດຢ່າງເປັນທາງການ ໃນຖານະຕຳແໜ່ງເລຂາທິການໃຫຍ່ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ດ້ວຍການຢ້ຽມຢາມຄັ້ງນີ້, ຫວຽດນາມ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ຖື ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືພັດທະນາສຳຄັນແຖວໜ້າ ແລະ ຍາວນານ, ຊຸກຍູ້ຮອບດ້ານ ແລະ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງເລິກເລິ່ງ, ກ້ວາງຂວາງກ່ວາ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຊື່ອໝັ້ນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດ ທີ່ເລິກເລິ່ງກ້ວາງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຈະສືບຕໍ່ພັດທະນານັບມື້ນັບຮອບດ້ານ ແລະ ເລິກເລິ່ງເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.