ບັນ​ຍາ​ກາດຄຶກ​ຄຶ້ນ​ມ່ວນ​ຊື່ນ​ຢູ່ ຖະ​ໜົນ​ປຶ້ມ​ຍາມ​ບຸນ​ເຕັດ​ປີ​ສະຫຼຸ

(VOVWORLD) -ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຍາມໃດກໍ່ໄດ້ ຮັບຄວາມເອົາໃຈໃສ່ຈາກຄະນະຈັດຕັ້ງ.
ບັນ​ຍາ​ກາດຄຶກ​ຄຶ້ນ​ມ່ວນ​ຊື່ນ​ຢູ່ ຖະ​ໜົນ​ປຶ້ມ​ຍາມ​ບຸນ​ເຕັດ​ປີ​ສະຫຼຸ - ảnh 1ບັນຍາກາດຄຶກຄຶ້ນມ່ວນຊື່ນຢູ່ ຖະໜົນປຶ້ມຍາມບຸນເຕັດປີສະຫຼຸ (ພາບ:  laodong.vn)

ຕ້ອນຮັບບຸນເຕັດປີສະຫຼຸ 2021, ເພື່ອແນໃສ່ສືບຕໍ່ຮັກສາຈຸດຄວາມງາມດ້ານວັດທະນະທຳການອ່ານຂອງ ຊາວນະຄອນຫຼວງ ແລະ ພັດທະນາຂະບວນການອ່ານປຶ້ມໃນວົງຄະນະຍາດ, ໂດຍໄດ້ຮັບການຕົກລົງຈາກ ຄະນະກຳມະການປະຊາຊົນ ນະຄອນ, ຄະນະກຳມະການປະຊາຊົນເມືອງ ຮ່ວານກ໊ຽມ ໄດ້ເປັນເຈົ້າພາບຈັດຕັັ້ງ, ສົມທົບກັບພະແນກຖະແຫຼງຂ່າວ ແລະ ສື່ສານ ຮ່າໂນ້ຍ ຈັດຕັ້ງຖະໜົນປຶ້ມ ລະດູບານໃໝ່ປີ ສະຫຼຸ 2021 ດ້ວຍຫົວຂໍ້ວ່າ “ລະດູບານໃໝ່ແຫ່ງພູມປັນຍາ - ບຸນເຕັດເຕົ້າໂຮມ” ຢູ່ຖະໜົນປຶ້ມ ຮ່າໂນ້ຍ ( ຕາແສງເຈິ່ນຮຶງດ້າວ,ເມືອງຮ່ວານກ໊ຽມ . ບັນຍາກາດ ຖະໜົນປຶ້ມໄດ້ຮັບການປະດັບປະດາຢ່າງງາມຕາ, ມີຄວາມປະທັບໃຈ ແລະ ເຕັມໄປດ້ວຍບັນຍາກາດບຸນປີໃໝ່ປະຈຳຊາດຫວຽດນາມ.

        ປີນີ້, ຖະໜົມປຶ້ມລະດູບານໃໝ່ສືບຕໍ່ແມ່ນບໍລິເວນແຫ່ງພູມປັນຍາ, ຈຸດນັດພົບດ້ານວັດທະນະທຳທີ່ໄດ້ຮັບການຄວາມນິຍົມຊົມຊອບເຊິ່ງຂາດບໍ່ໄດ້ຂອງ ຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວທີ່ມາຢ້າມຊົມຮ່າໂນ້ຍ ໃນໂອກາດບຸນເຕັດວຽນມາ. ນະທີ່ນີ້, ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຍາມໃດກໍ່ໄດ້ ຮັບຄວາມເອົາໃຈໃສ່ຈາກຄະນະຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ