ບັນດາການເຄື່ອນ ໄຫວຕອບສະໜອງ ຂະບວນການ “ມອດໄຟ 1 ຊົ່ວໂມງ ເພື່ອຫນ່ວຍໂລກ“ ປີ 2013

ບັນດາການເຄື່ອນ ໄຫວຕອບສະໜອງ ຂະບວນການ “ມອດໄຟ 1 ຊົ່ວໂມງ ເພື່ອຫນ່ວຍໂລກ“ ປີ 2013 - ảnh 1

(ພາບປະກອບ: nld.com.vn)

(vovworld) -  ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງຂະ​ບວນ​ການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີ 2013 (​ໃນ​ຕອນ​ຄ່ຳ​ວັນ​ທີ 23/3) ​ໄດ້​ດຳ​ເນີນ​ໄປ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ​ໃນ​ໂອກາດ​ນີ້, ການ​ນຳ​ນະຄອນ​ດ່າ​ນັງ ຮຽກຮ້ອງ​ໃຫ້​ຜູ້ນຳ​ບັນດາ​ອົງການ​ຂອງ​ລັດຊາບ​ຊືມ​ໃຫ້​ພະນັກງານ, ລັດຖະກອນ, ພາລະ​ກອນ…ຕອບ​ສະໜອງ​ເຫດການ “ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປີ 2013 ຢ່າງ​ເຂັ້ມງວດ.

   ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 22/3, ຢູ່​ໂຮ້ຍອານ, ປະຊາຊົນ, ​ແຂກ​ທ່ອງ​ທ່ຽວ​ພ້ອມ​ກັບ​ພະນັກງານ ພາລະ​ກອນ​ບັນດາ​ຄະນະ ຂະ​ແໜງ​ການ, ​ໝູ່​ຄະນະ, ວິ​ສາ​ຫະກິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ “1 ຊົ່ວ​ໂມງ​ເພື່ອ​ໂຮ້ຍອານ ​ມີ​ຄວາມ​ສະອາດ“. ທຸກ​ຄົນ​ທ້ອມກັນ​ເຮັດອະນາ​ໄມ​ທຳ​ຄວາມ​ສະອາດ.

   ​ແຕ່​ວັນ​ທີ 18-24/3, ບັນດາ​ບໍລິສັດ​ໃນ​ບໍລິ​ເວນ 9 ​ແຂວງ​ນະຄອນ​ເຂດ​ແຄມ​ທະ​ເລ​ທາງ​ພາກ​ກາງ ​ແລະ 4 ​ແຂວງ​ເຂດ​ໄຕ​ງວຽນ ​ໄດ້​ພ້ອມ​ກັນ​ຕອບ​ສະໜອງ “ສັບປະດາ​ປະຢັດ​​ໄຟຟ້າ ​ແລະ ​ເຫດການມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“. ຢູ່​ເທດສະບານ​ຕາ​ແສງ​ຢາ​ເຫງຍ ​ແຂວງ​ດັກ​ນົງ, ບໍລິສັດ​ໄຟຟ້າ​ດັກ​ນົງ ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ອຳນາດ​ກາ​ປົກຄອງ​ທ້ອງ​ຖິ່ນ​ໂຄສະນາ ຂົນຂວາຍ​ເພື່ອ​ຍົກ​ສູງ​ສະຕິ​ປະຢັດ​ໄຟຟ້າ​ໃນ​ວົງ​ຄະນາ​ຍາດ. ສ່ວນ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ​ແຂວງ​ກອນ​ຕູມ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ ​ໄດ້ຈັດການ​ເຄື່ອນ​ໄຫວ​ໂຄສະນາ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ເຂົ້າຮ່ວມ​ຂະ​ບວນການ“ມອດ​ໄຟ 1 ຊົ່ວ​ໂມງ​ເພື່ອຫນ່​ວຍ​ໂລກ“ ປະກອບສ່ວນ​ປະຢັດ​ໄຟຟ້າ​ໃນ​ທົ່ວ​ສັງຄົມ.

 

 

ຂ່າວ/ບົດ​ອື່ນ