ບັນດາອົງການ, ສ່ວນບຸກຄົນແຜ່ບໍລິຈາກ ເງິນ 9 ຕື້ດົງ ເພື່ອກໍ່ສ້າງ ໂຮງຮຽນໃນເກາະ ສິງໂຕນ

ບັນດາອົງການ, ສ່ວນບຸກຄົນແຜ່ບໍລິຈາກ ເງິນ 9 ຕື້ດົງ ເພື່ອກໍ່ສ້າງ ໂຮງຮຽນໃນເກາະ ສິງໂຕນ - ảnh 1
(ບໍລິຈາກ​ເງິນເພື່ອ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ ສິງ​​ໂຕນ)

(vovworld) – ບັນດາອົງການ, ສ່ວນບຸກຄົນ​​ແຜ່ບໍລິຈາກ​ເງິນຈຳນວນ 9 ຕື້​ດົງ ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ ສິງ​​ໂຕນ, ນີ້​ແມ່ນ​ບ້ວງ​ເງິນ​ເຊິ່ງ​ໂຄງການ​ເຄື່ອນ​ໄຫວ “​ເພື່ອ​ນັກ​ຮຽນ ​ເຈື່ອງ​ຊາ ທີ່​ຮັກ​ແພງ” ​ໄລຍະ​ທີ 1 ​ໄດ້​ຮັບ, ນັບ​ແຕ່​ເມື່ອ​ໄດ້​ຮັບ​ການ​ປຸກລະດົມ​ໃນ​ວັນ​ທີ 30 ສິງ​ກາ 2013 ມາ​ຮອດ​ປະຈຸ​ບັນ.

        ທີ່​ພິທີ​ສະຫຼຸບ 1 ປີ​ແຫ່ງ​ການ​ປະຕິບັດ​​ໂຄງການ​ເຄື່ອນ​ໄຫວ “​ເພື່ອ​ນັກ​ຮຽນ ​ເຈື່ອງ​ຊາ ທີ່​ຮັກ​ແພງ”, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 31 ຕຸລາ, ຄະນະ​ຊີ້​ນຳ​​ໂຄງການ​​ເຄື່ອນ​ໄຫວໄດ້​ມອບ​​ເງິນຈຳນວນ 6 ຕື້​ດົງ​ໃຫ້​ເມືອງ​ເກາະ​​ເຈື່ອງ​ຊາ ​ເພື່ອ​ກະກຽມ​ບັນດາ​ເງື່ອນ​​ໄຂ​ທີ່​ຈຳ​ເປັນ​ໃຫ້​ແກ່​ການ​ເລີ່​ມລົງມື​ກໍ່ສ້າງ​ກິດຈະກຳ​ໃນ​ໄລຍະ​ໄວ​ທີ່​ສຸດ ​ເພື່ອ​​​ມີ​ໂຮງຮຽນ​ໃນ​ສົກ​ຮຽນ 2014 – 2015. ທ່ານ ມາຍ​ຫງອກ​ເຟື໋ອກ, ຮອງ​ຫົວໜ້າບັນນາທິການ​ໃຫຍ່​ໜັງ​ສືພິມ ກົດໝາຍ ນະຄອນ​ໂຮ່ຈິ​ມິນ ຖື​ວ່າ.

        “ນີ້​ແມ່ນ​​ໂຄງການ​​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ​ໃຫຍ່​ຫຼວງ. ນອກຈາກ​ເລື່ອງ​ກໍ່ສ້າງ​ໂຮງຮຽນ​ໃຫ້​ແກ່​ພວກ​ນ້ອງນັກຮຽນ​ເຂດ​ໝູ່ເກາະ​ທີ່​ຫ່າງ​​ໄກອຸ​ນອ່ຽງ​ໃຈ​ຮໍ່າຮຽນ, ດຳລົງ​ຊີວິດ​ຢູ່​ບັນດາ​ເຂດ​ໝູ່​ເກາະ ​ແລ້ວ, ​ໂຄງການ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ປະຊາຊົນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ທີ່​ມີ​ຕໍ່​ພໍ່​ແມ່​ປະຊາຊົນ​ເຂດ​ໝູ່​ເກາະ​, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ບັນດາ​ວິ​ສາ​ຫະກິດ​ ພ້ອມ​ກັນ​ຊ່ວຍ​ເຫຼືອ​ເພື່ອ​ເຮັດ​ສຳ​ເລັດ​​ໂຄງການ​ເຄື່ອນ​ໄຫວ​​ເພື່ອ​ນັກ​ຮຽນ ​ເຈືອງ​ຊາ ທີ່​ຮັກ​ແພງ ​ໄລຍະ 2 ນີ້”.

        ​ໂຄງການ​ເຄື່ອນ​ໄຫວ “​ເພື່ອ​ນັກ​ຮຽນ ​ເຈືອງ​ຊາ ທີ່​ຮັກ​ແພງ” ​ໄລຍະ 2 ມຸ່ງ​ໄປ​ເຖິງ​ຈຸດໝາຍຂົນຂວາຍ​​ແມ່ນ​ບໍລິຈາກ​ເງິນ 12 ຕື້​ດົງ ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ໃນ​ເກາະ​ສິງ​ໂຕນ, ​ເມືອງ​ເກາະ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ