ບັນຫາ Brexit: ມີໄພຂາດດຸນ 20 ຕື້ເອີໂຣ ໃນງົບປະມານ ອີຢູ

(VOVWORLD) - ທ່ານ Oettinger ຕີລາຄາວ່າບັນຫາ Brexit ໄດ້ເຮັດໃຫ້ງົບປະມານ ອີຢູ ຂາດດຸນປະມານ 10 ຕື້ເອີໂຣໃນແຕ່ລະປີ. 

ບັນຫາ Brexit: ມີໄພຂາດດຸນ 20 ຕື້ເອີໂຣ ໃນງົບປະມານ ອີຢູ - ảnh 1

ທ່ານ Gunther Oettinger, ກຳມະການຮັບຜິດຊອບງົບປະມານສະຫະພາບເອີລົບ 

(ພາບ: Reuters)

ວັນທີ 28 ມິຖຸນາ, ທ່ານ Gunther Oettinger, ກຳມະການຮັບຜິດຊອບງົບປະມານສະຫະພາບເອີລົບ (ອີຢູ) ຍອມຮັບວ່າ: ກຸ່ມນີ້ມີໄພຈະຂາດດຸ່ນງົບປະມານຈຳນວນເງິນ 20 ຕື້ເອີໂຣ ໃນແຕ່ລະປີ ກໍ່ຄືຕ້ອງປະເຊີນໜ້າກັບສິ່ງທ້າທາຍເພີ່ມຂຶ້ນກ່ຽວກັບດ້ານລາຍຈ່າຍຄືບັນຫາປ້ອງກັນຊາດ, ຍ້ອນຜົນສະທ້ອນຈາກເລື່ອງ ອັງກິດ ອອກຈາກ ອີຢູ, ຍັງເອີ້ນວ່າ Brexit. ທ່ານ Oettinger ຕີລາຄາວ່າບັນຫາ Brexit ໄດ້ເຮັດໃຫ້ງົບປະມານ ອີຢູ ຂາດດຸນປະມານ 10 ຕື້ເອີໂຣໃນແຕ່ລະປີ. ພ້ອມກັນນັ້ນ, ອີຢູ ຕ້ອງເບີກຈ່າຍໃຫ້ບັນດາໜ້າທີ່ໃໝ່ຄືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ດ້ວຍການຄາດຄະເນວ່າ ບັນດາບ້ວງເງິນນີ້ ກໍ່ເສຍຈຳນວນເງິນເຖິງ 10 ຕື້ ເອີໂຣ. ດັ່ງນັ້ນ, ທ່ານຖືວ່າ: ບັນດາປະເທດສະມາຊິກຕ້ອງມີການເລືອກເຟັ້ນຢ່າງຈະແຈ້ງລະຫວ່າງ ເລື່ອງຕ້ອງຊອກຫາແຫຼ່ງເງິນອຸປະຖຳໃໝ່ ຫຼື ຫລຸດຜ່ອນເງິນອຸປະຖຳໃຫ້ບັນດາໂຄງການທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງຂອງຕົນໃນສະພາບການ ອັງກິດ ຄາດຄະເນຈະຖອນອອກຈາກ ອີຢູ ໃນເດືອນມີນາ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ