ປີທ່ອງທ່ຽວແຫ່ງຊາດ 2018: ກ໋ວາງນີງ ກຽມພ້ອມໃຫ້ງານບຸນຕາມທ້ອງຖະໜົນທີ່ສວຍງາມ, ປະທັບໃຈ

(VOVWORLD) - ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນເພື່ອຮັບໃຊ້ໃຫ້ປີທ່ອງທ່ຽວແຫ່ງຊາດ 2018 ໄດ້ຮັບການຜັນຂະຫຍາຍໂດຍໄວ

ປີ 2018, ເປັນຄັ້ງທີສອງທີ່ແຂວງ ກ໋ວາງນີງ ເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ ດ້ວຍຫົວຂໍ້ວ່າ: “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບທີ່ສະໜິດສະໜົມ” ດ້ວຍ 50 ບັນດາເຫດການວັດທະນະທຳ, ກິລາ ແລະ ທ່ອງທ່ຽວທີ່ຟົດຟື້ນ, ຈັບອົກຈັບໃຈ. ຊຸມວັນນີ້, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນີງ ພວມຮິບເຮັ່ງປະຕິບັດສຳເລັດບັນດາວຽກງານສຸດທ້າຍເພື່ອແນໃສ່ຮັບປະກັນບັນດາເງື່ອນໄຂດີທີ່ສຸດໃຫ້ແກ່ເຫດການພິທີໄຂປີທ່ອງທ່ຽວແຫ່ງຊາດ 2018 ໃນວັນທີ 28 ເມສາ ໃຫ້ສຳເລັດຜົນ.

        ວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ທ້ອງຖິ່ນເພື່ອຮັບໃຊ້ໃຫ້ປີທ່ອງທ່ຽວແຫ່ງຊາດ 2018 ໄດ້ຮັບການຜັນຂະຫຍາຍໂດຍໄວ, ພິເສດແມ່ນບັນດາເສັ້ນທາງບໍລິເວນຈຸດສຸມ. ວຽກງານລາດຕະເວນຮັບປະກັນຄວາມເປັນລະບຽບຮຽບຮ້ອຍເຂດຕົວເມືອງ, ເຂດສາທາລະນະໂດຍຕຳຫຼວດນະຄອນ ຮ້າລອງ ສົມທົບກັບກຳລັງ ທີ່ກ່ຽວຂ້ອງປະຕິບັດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ