ປັບ​ປຸງວຽກ​ງານ​ຕີ​ລາ​ຄາ​ການ​ປ້ອງ​ກັນ ແລະ ຕ້ານ ການສໍ້​ລ​າດ​ບັງຫຼວງ ຢູ່ ຫວຽດ​ນາມ

(VOVWORLD) - UNDP ຕີລາຄາສູງຄວາມມານະພະຍາຍາມໃນການ  ປ້ອງກັນ ແລະ ຕ້ານ ສໍ້ລາດບັງຫຼວງ ຂອງຫວຽດນາມ.
ປັບ​ປຸງວຽກ​ງານ​ຕີ​ລາ​ຄາ​ການ​ປ້ອງ​ກັນ ແລະ ຕ້ານ ການສໍ້​ລ​າດ​ບັງຫຼວງ ຢູ່ ຫວຽດ​ນາມ - ảnh 1 ກອງປະຊຸມປຶກສາຫາລຶແຜນຮ່າງມະຕິແນະນຳປະຕິບັດກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ(ພາບ: daibieunhandan.vn)

ວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ອົງການກວດກາລັດຖະບານພ້ອມກັບຜູ້ຕາງໜ້າລາຊະອານາຈັກ ອັງກິດ, ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP)ປະຈຳຫວຽດນາມ ໄດ້ຈັດກອງປະຊຸມສຳມະນາປຶກສາຫາລືບົດລາຍງານການຄົ້ນຄ້ວາກ່ຽວກັບສະພາບຕົວຈິງຂອງການນຳໃຊ້ວິທີການຕີລາຄາວຽກງານການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ ຂັ້ນແຂວງຢູ່ ຫວຽດນາມ ປີ 2018.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເຈິ່ນງັອກລຽມ ຮອງປະທານອົງການກວດກາລັດຖະບານ, ຢັ້ງຢືນວ່າ: ໃນຊຸມປີຜ່ານມາວຽກງານປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງແມ່ນໜ້າທີ່ຈຸດສຸມແລະໄດ້ປະຕິບັດເປັນປະຈຳ. ບັນດາແຜນນະໂຍບາຍ, ມາດຕະການໄດ້ປະຕິບັດຢ່າງມີປະສິດທິຜົນ. ໜຶ່ງໃນບັນດາໝວດມາດຕະການສຳຄັນແມ່ນເພີ່ມທະວີການຄຸ້ມຄອງລັດກ່ຽວກັບວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງຢ່າງມີປະສິດທິຜົນ. ນີ້ແມ່ນປີທີ 3 ທີ່ອົງການກວດກາລັດຖະບານໄດ້ຈັດຕັ້ງການຕີລາຄາກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ແລະ ທົບທວນຄືນ 2 ປີທີ່ບັນລຸໄດ້ບັນດາໝາກຜົນດີທີ່ສຸດ. ທ່ານນາງ Akiko FuJii ຮອງຫົວໜ້າຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ ຖືວ່າ:

        ກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງປີ 2018 ຈະມີຜົນສັກສິດໃນເດືອນ ກໍລະກົດ ຈະມາເຖິງ, ສະນັ້ນ ກອງປະຊຸມສຳມະນາໃນມື້ນີ້ມີຄວາມສຳຄັນທີສຸດ, ຊ່ວຍໃຫ້ພວກເຮົາທົບທວນຄືນ 2 ປີ ທີ່ປະຕິບັດດັດຊະນີຕີລາຄາ ການປ້ອງກັນ ແລະ ຕ້ານ ການສໍ້ລາດບັງຫຼວງ ຢູ່ ຫວຽດນາມ. ຈາກນັ້ນກຳນົດໄດ້ບັນດາຈຸດທີ່ຄວນປັບປຸງໃນວຽກງານຕີລາຄາ ແລະ ຍົກອອກບັນດາຂໍ້ສະເໜີແນະ ໃຫ້ແກ່ວຽກງານສ້າງເອກະສານ ແນະນຳການປະຕິບັດກົດໝາຍ.

        ທ່ານນາງ Akiko FuJii ກໍ່ຢືນຢັນວ່າ UNDP ຕີລາຄາສູງຄວາມມານະພະຍາຍາມໃນການ ປ້ອງກັນ ແລະ ຕ້ານ ສໍ້ລາດບັງຫຼວງ ຂອງຫວຽດນາມ. UNDP ພ້ອມແລ້ວທີ່ຈະໜູນຊ່ວຍລັດຖະບານ ຫງຽດນາມ ແລະ ບັນດາຄູ່ຮ່ວມມືໃນການປະຕິບັດສົນທິສັນຍາ ວ່າດ້ວຍ ການປ້ອງກັນ ແລະ ຕ້ານ ສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ