ປະກາດດັດຊະນີ MEI 2011

  ວັນ​ທີ 28/12 ຢູ່ ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ຫ້ອງ​ວ່າການ​ລັດຖະບານ ​ແລະ ກະຊວງ​ຍຸຕິ​ທຳ ຈັດ​ຕັ້ງ​ພິທີ​ປະກາດ​ດັດຊະນີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ສ້າງ ​ແລະ ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ໃນ​ປີ 2011 (MEI 2011). ບົດ​ລາຍ​ງານ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ເພື່ອ​ຍົກ​​ໃຫ້​ເຫັນ​ສະພາບ​ການ​​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​​ໃນ​ການສ້າງ ​ແລະ ປະຕິບັດ​ກົດໝາຍ​ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ ຂອງ 14 ກະຊວງ​ທີ່​ມີບົດບາດ​ຫນ້າ​ທີ່ ຕິດ​ພັນ​ກັບ​ວິ​ສາ​ຫະກິດ ​ແລະ ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ ໂດຍສັງ​ເຂ​ບ. ໝາກຜົນ​ຂອງ​ດັດຊະນີ MEI 2011 ຂອງ 14 ກະຊວງ ລ້ວນ​ແຕ່​ຢູ່​ໃນ​ລະດັບ​ປານ​ກາງ. ​ໃນ​ນັ້ນ ກະຊວງ​ຍຸຕິ​ທຳ ບັນລຸ​ຄະ​ແນນ​ສູງ​ສຸດ ​ແມ່ນ 59.01 ​/100 ຄະ​ແນນ.​ ທ່ານ ຫວູຕຽນ​ໂລກ ປະທານ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຖື​ວ່າ:

        “ອີງ​ໃສ່​ໝາກຜົນ​ດັດຊະນີ MEI ​ທີ່​ເກັບ​ກຳ​​ໄດ້​ຈາກຄຳ​ເຫັນ​ຂອງປະຊາ​ຄົມ​ວິ​ສາ​ຫະກິດ ​ໄດ້​ຊ່ວຍ​ໃຫ້​ລັດຖະບານ, ກະ​ຊວງ, ຂະ​ແຫນງ​ການ ​ແລະ ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ ສາມາດ​ເຂົ້າ​ໃຈ​ ກວ່າ​ສະພາບ​ການ​ເຄື່ອນ​ໄຫວ​ດ້ານ​ກົດໝາຍ ກ່ຽວ​ກັບ​ການ​ດຳ​ເນີນ​ທຸລະ​ກິດ ຢ່າງ​ຈະ​ແຈ້ງ​. ນີ້​ຈະ​ແມ່ນ​ເຄື່ອງມື​ທີ່​ມີ​ປະ​ໂຫຍ​ດ ປະກອບສ່ວນ​ພ້ອມ​ກັບ​ບັນດາ​ອົງການ​ຂອງ​ລັດຖະບານ ສ້າງ​​ນະ​ໂຍບາຍ​ທີ່ມີ​ປະສິດທິ​ຜົນ​ກວ່າ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ດ້ວຍ​ການ​ເລີ່​ມຕົ້ນ​ຂອງ​ດັດຊະນີ MEI ​ໃນ​ປີ​ນີ້, ​​​ໃນໄລຍະ​ຈະ​ມາ​​ເຖິງ ດັດຊະນີ MEI ຈະ​ສືບ​ຕໍ່​​ໄດ້​ຮັບ​ການ​ປະຕິບັດ​ໄປພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປ່ຽນ​ແປງ​ໃຫມ່, ການປະຕິ​ຮູບຂອງ​ບັນດາ​ອົງການ​ລັດຖະບານ.“

ຕອບກັບ

ຂ່າວ/ບົດ​ອື່ນ