ປະຊຸມຂ່າວປະກາດເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13
ການປະຊຸມຂ່າວປະກາດເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13
(ພາບ: Hà Quang)
(vovworld) - ຕອນບ່າຍວັນທີ 17/10, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດຕັ້ງການປະຊຸມຂ່າວປະກາດເນື້ອໃນລາຍການກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13, ເຊິ່ງຈະໄຂຂຶ້ນໃນຕອນເຊົ້າວັນທີ 20/10 ຢູ່ສຳນັກສະພາແຫ່ງຊາດຫຼັງໃໝ່ທີ່ບາດິ່ງ, ຮ່າໂນ້ຍ.
ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຊຸດທີ 13 ຈະດຳເນີນໃນເວລາ 33 ວັນ, ໂດຍສຸມໃສ່ພິຈາລະນາ, ຕົງລົງບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ບັນດາບົດລາຍງານກ່ຽວກັບວຽກງານຂອງຂະແໜງຍຸຕິທຳ. ສະພາແຫ່ງຊາດຈະພິຈາລະນາຮັບຮອງເອົາຮ່າງກົດໝາຍ 18 ສະບັບ ແລະ ຮ່າງມະຕິ 3 ສະບັບ ກໍ່ຄື ໃຫ້ຄຳເຫັນໃຫ້ຮ່າງກົດໝາຍອື່ນ 12 ສະບັບ. ພິເສດ, ກອງປະຊຸມຄັ້ງນີ້ສະພາແຫ່ງຊາດຍັງຮັບຟັງ ແລະ ໃຫ້ຄຳເຫັນຕໍ່ບັນດາເນື້ອໃນທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເອົາໃຈໃສ່ເປັນພິເສດ. ກ່ຽວກັບເລື່ອງຈັດຕັ້ງການລົງຄະແນນສຽງໄວ້ວາງໃຈສຳລັບ 50 ຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງຫຼືໃຫ້ຊັດຕະຍາບັນ, ຕາມມະຕິ 35, ສະພາແຫ່ງຊາດຊຸດທີ 13. ທ່ານ ຫງວຽນແຮ້ງຟຸກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ໃຫ້ຮູ້ວ່າ:
“ກອງປະຊຸມຂອງພວກເຮົາຍັງຄົງສືບຕໍ່ປະຕິບັດມະຕິ 35 ນັ້ນແມ່ນລົງຄະແນນສຽງໄວ້ວາງໃຈສຳລັບບັນດາເປົ້າໝາຍໂດຍສະພາແຫ່ງຊາດເລືອກຕັ້ງ ແລະ ໃຫ້ສັດຕະຍາບັນ. ກ່ຽວກັບເລື່ອງປະຕິບັດ, ພວກເຮົາຮັກສາວິທີເດີມຄືໃນມະຕິ 35, ພາຍຫຼັງລົງຄະແນນສຽງ, ສະພາແຫ່ງຊາດຈະດຳເນີນການປຶກສາຫາລືກ່ຽວກັບການປັບປຸງມະຕິ 35. ດັ່ງນັ້ນການລົງຄະແນນສຽງໄວ້ວາງໃຈຍັງຄົງປະຕິບັດຕາມ 3 ຮູບການເດີມຄືໃນມະຕິ 35 “