ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ສະແດງຄວາມຮູ້ບຸນຄຸນບັນດາຄອບຄົວປະຕິວັດ

(VOVWORLD) - ຕອນຄ່ຳວັນທີ 27 ກໍລະກົດ, ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໄດ້ຈັດຕັ້ງພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ. 

ໃນທ່າມກາງບັນຍາກາດເຄັ່ງຂຶມນັ້ນ, ທຸກຄົນກໍ່ພ້ອມກັນຖະຫວາຍທູບທຽນດອກໄມ້, ພາວະນາໃຫ້ດວງວິນຍານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຈົ່ງໄປສູ່ສຸຂະຕິ. ນີ້ແມ່ນໂອກາດ ເພື່ອໃຫ້ທຸກຄົນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງຂອງບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຂອງຕົນ ເພື່ອໃຫ້ປະເທດຊາດມີເອກະລາດ, ເສລີພາບ, ທຸກຄົນໄດ້ດຳເນີນຊີວິດໃນສັນຕິພາບ.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫລາຍປະເທດໃນໂລກ ສະແດງຄວາມຮູ້ບຸນຄຸນບັນດາຄອບຄົວປະຕິວັດ - ảnh 1 ພິທີພາວະນາຂໍໃຫ້ດວງວິຍານຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ຢູ່ວັດ ເຟິດຕິກ, ນະຄອນຫລວງ ວຽງຈັນ

       ແລະກໍໃນວັນທີ 27 ກໍລະກົດ, ຢູ່ວັດ Heungryunsa ຢູ່ນະຄອນ Incheon ຂອງ ສ.ເກົາຫຼີ, ສູນວັດທະນະທຳສາສະໜາພຸດ ຫວຽດນາມ ຢູ່ ສ.ເກົາຫຼີ ພ້ອມກັບສະມາຄົມພຸດທະສາສະນິກກະຊົນ ຫວຽດນາມ ຢູ່ ສ.ເກົາຫຼີ ດ້ວຍການໜູນຊ່ວຍຈາກສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຈັດຕັ້ງງານບຸນຕອບແທນບຸນຄຸນພໍ່ແມ່ ເພື່ອສະແດງຄວາມເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ ແລະ ລ້ຽງດູໃຫ້ຈະເລີນເຕີບໃຫຍ່ຂອງພໍ່ເຖົ້າແມ່ເຖົ້າ, ປູ່ຍ່າຕາຍາຍ, ພໍ່ແມ່, ບັນພະບູລຸດ ແລະ ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ