ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
ຢ້ຽມຢາມແລະອວຍພອນສື່ເອເລັກໂຕນິກ VietNamNet
(ພາບ: dangcongsan.vn)
(vovworld)- ເນື່ອງໃນໂອກາດສະເຫລີມສະຫລອງ 90 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ(21/6/1925-21/6/2015), ຕອນຄ່ຳວັນທີ 13/6, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນພະນັກງານ, ນັກຂ່າວ, ບັນນາທິການ ສື່ເອເລັກໂຕນິກ VietNamNet ຊື່ງແມ່ນຫນຶ່ງໃນບັນດາສື່ເອເລັກໂຕນິກມທຳອິດຂອງຫວຽດນາມ ໄດ້ຮັບການສ້າງຕັ້ງໃນທ້າຍປີ 1997. ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ປາດຖະຫນາຢາກບັນດາອົງການສື່ມວນຊົນເວົ້າລວມ, VietNamNet ເວົ້າສະເພາະ ຄວນສືບຕໍ່ປ່ຽນໃຫມ່ວິທີສື່ຂ່າວ, ໂຄສະນາກ່ຽວກັບບັນດາແບບຢ່າງດີເດັ່ນ, ສ່ອງແສງຫົວຄິດປະດິດສ້າງຂອງປະຊາຊົນ. ທ່ານ ຫງວຽນທ້ຽນເຍີນ ໃສ່ໃຈວ່າ: VietNamNet ຈັດຕັ້ງການພົບປະສົນທະນາຫວນຄືນ 30 ປີແຫ່ງການປ່ຽນແປງໃຫມ່, ໄຈ້ແຍກກາລະໂອກາດ ແລະ ສິ່ງທ້າທາຍ, ບັນດາປັດໄຈຕັ້ງຫນ້າ ແລະ ຫຍໍ້ທໍ້, ສະເຫນີທ່າອ່ຽງພັດທະນາປະເທດຊາດໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງ ກວ້າງຂວາງ. ຜ່ານນັ້ນ ແນວໂຮມປະເທດຊາດຮັບຟັງ, ແລກປ່ຽນກັບຜູ້ອ່ານກ່ຽວກັບບັນດາມາດຕະການພັດທະນາເສດຖະກິດສັງຄົມ.