ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະມາຄົມມິດຕະພາບຟິລິບປີນ-ຫວຽດນາມ

ປະທານປະເທດເຈືອງເຕິ໋ນຊາງຕ້ອນຮັບປະທານສະມາຄົມມິດຕະພາບຟິລິບປີນ-ຫວຽດນາມ - ảnh 1
(ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ)

(vovworld) - ​ເນືອ່ງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ສັບປະດາ​ຂັ້ນ​ສູງ APEC 23 ຢູ່​ມາ​ນີລາ, ຕອນ​ເຊົ້າ​ວັນ​ທີ 17/11, ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ​ ​ໃຫ້ການ​ຕ້ອນຮັບ ປະທານ​ສະມາຄົມ​ມິດຕະພາບ​ຟິລິບ​ປີນ-ຫວຽດນາມ Eddie Harde ​ເຂົ້າ​ຢ້ຽມ​ຄຳນັບ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ​ຕີ​ລາຄາ​ສູງ​ເລື່ອງ​ສະມາຄົມ​ມິດຕະພາບ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢູ່​ສອງ​ປະ​ເທດ​ໃນ​ປີ 2014, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຈຳ​ເປັນ, ທັນ​ການ ​ແລະ ມີ​ຄວາມ​ໝາຍ, ສ້າງ​ໂອກາດ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ ​ແລະ ວັດທະນະທຳ ສຶກສາ. ທ່ານປະທານ​ປະ​ເທດ​​ ເຈືອງ​ເຕິ໋ນຊາງ ສະ​ເໜີ​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ວັດທະນະທຳ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ ປະທານ​ສະມາຄົມ​ມິດຕະພາບ​ຟິລິບ​ປີນ-ຫວຽດນາມ Eddie Harde ກໍ່​ປາຖະໜາ​ວ່າ, ຟິລິບ​ປີນ - ຫວຽດນາມ ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ສ້າງ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ພັດທະນາ​ກາ​ນຮ່ວມມື​ໃນ​ຫຼາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ