ທ່ານ ຮີງຫງອກເຊີນ ຮອງປະທານສະພາແຫ່ງຊາດຫວຽດນາມ, ອະດີດຜູ້ບັນຊາການທະຫານເຂດ 5 |
(vovworld)- ວັນທີ 14/2, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງໄດ້ມອບຂໍ້ຕົກລົງປະດັບຍົດຈາກພົນຕີຂຶ້ນພົນໂທໃຫ້ທ່ານ ຮີງຫງອກເຊີນ ຮອງປະທານສະພາແຫ່ງຊາດຫວຽດນາມ, ອະດີດຜູ້ບັນຊາການທະຫານເຂດ 5. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງຢືນຢັນວ່າ ຂໍ້ຕົກລົງປະດັບຍົດແມ່ນການຮັບຮູ້, ຕີລາຄາສູງຂອງພັກ ແລະ ລັດ ແລະ ປະຊາຊົນທີ່ມີຕໍ່ຄຸນງາມຄວາມດີ, ການປະກອບສ່ວນຂອງ ທ່ານ ຮີງຫງອກເຊີນ ໃນການເຄື່ອນໄຫວປະຕິວັດໃນ 50 ປີທີ່ຜ່ານມາ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຊື່ອໝັ້ນວ່າ ທ່ານ ຮີງຫງອກເຊີນ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນທາດ, ຄຸນສົມບັດ, ສະຕິປັນຍາ, ຮັບໃຊ້ປະເທດຊາດ, ປະຊາຊົນ, ເຮັດຫຼ້ອນໜ້າທີ່ໄດ້ຮັບມອບໝາຍເປັນຢ່າງດີ.