ປະທານປະເທດເຮັດວຽກກັບຄະນະປະຈຳການສະພາໃຫ້ຄຳປຶກສາອະໄພຍະໂທດ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ອະໄພຍະໂທດແມ່ນນະໂຍບາຍມະນຸດສະທຳ, ມີຄວາມໝາຍຢ່າງໃຫຍ່ຫຼວງທາງດ້ານການເມືອງ, ສັງຄົມ, ສະແດງໃຫ້ເຫັນຈິດໃຈອະໄພຍະໂທດພິເສດຂອງພັກ, ລັດ.
ປະທານປະເທດເຮັດວຽກກັບຄະນະປະຈຳການສະພາໃຫ້ຄຳປຶກສາອະໄພຍະໂທດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນ
(ພາບ: TTXVN)

ຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບຄະນະປະຈຳສະພາໃຫ້ຄຳປຶກສາອະໄພຍະໂທດແລະ ບາງອົງການກວດກາການຈັດຕັ້ງອະໄພຍະໂທດ ຕາມຂໍ້ຕົກລົງຂອງປະທານປະເທດກ່ຽວກັບອະໄພຍະໂທດປີ 2022.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ອະໄພຍະໂທດແມ່ນນະໂຍບາຍມະນຸດສະທຳ, ມີຄວາມໝາຍຢ່າງໃຫຍ່ຫຼວງທາງດ້ານການເມືອງ, ສັງຄົມ, ສະແດງໃຫ້ເຫັນຈິດໃຈອະໄພຍະໂທດພິເສດຂອງພັກ, ລັດ. ພ້ອມກັບການກວດກາ, ກະຕຸກຊຸກຍູ້, ປະຕິບັດວຽກງານໂຄສະນາໃຫ້ເປັນຢ່າງດີ ເພື່ອໃຫ້ປະຊາຊົນແລະ ສາກົນມີຄວາມເຂົ້າໃຈນະໂຍບາຍມະນຸດສະທຳຂອງພັກ, ລັດ ຫວຽດນາມ. ທີ່ການເຮັດວຽກ, ທ່ານປະທານປະເທດ ຊີ້ນຳວ່າ, ພາຍຫຼັງສະພາອະໄພຍະໂທດຍືນສະເໜີເອກະສານສະເໜີອະໄພຍະໂທດ, ຫ້ອງວ່າການປະທານປະເທດ ຈະສົມທົບກັນກວດກາອີກເທື່ອໜຶ່ງ ກ່ອນທີ່ຍືນສະເໜີຕໍ່ປະທານປະເທດ ເພື່ອຫຼີກລ້ຽງການຜິດພາກ. ພ້ອມກັນນັ້ນແມ່ນຈັດກອງປະຊຸມຂ່າວປະກາດຂໍ້ຕົກລົງຂອງປະທານປະເທດ ເພື່ອຮອດວັນທີ 01 ກັນຍາ ສາມາດຜັນຂະຫຍາຍຂໍ້ຕົກລົງອະໄພຍະໂທດຂອງປະທານປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ