ປະທານປະເທດ ເຈີ່ນດ້າຍກວາງ ແລະ ປະທານາທິບໍດີ Donald Trump ເປັນປະທານການປະຊຸມຂ່າວ

(VOVWORLD) - ຕອນທ່ຽງວັນທີ 12 ພະຈິກ, ທີ່ບໍລິເວນທຳນຽບປະທານປະເທດ, ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ ແລະ ການເຈລະຈາຂັ້ນສູງ,
ປະທານປະເທດ ເຈີ່ນດ້າຍກວາງ ແລະ ປະທານາທິບໍດີ Donald Trump ເປັນປະທານການປະຊຸມຂ່າວ - ảnh 1 ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານການປະຊຸມຂ່າວ (ພາບ: TTXVN)

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເປັນປະທານການປະຊຸມຂ່າວ, ປະກາດກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ ແລະ ຕອບບັນດາຄຳຖາມຂອງນັກຂ່າວພາຍໃນປະເທດ ແລະ ສາກົນ.

        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: 2 ຝ່າຍພ້ອມກັນຕີລາຄາການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນແທດຈິງຫລາຍຢ່າງ ນຳມາເຊິ່ງຜົນປະໂຫຍດໃຫຍ່ຫລວງໃຫ້ປະຊາຊົນ 2 ປະເທດ. ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານປະນາທິບໍດີອາເມລິກາ Donald Trunp ໄດ້ສ້າງຂີດໝາຍສຳຄັນໃນການພົວພັນ 2 ຝ່າຍ, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພັດທະນາຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ຢ່າງມີປະສິດທິຜົນ, ເປັນປົກກະຕິ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ.

        “ຂ້າພະເຈົ້າແລະ ທ່ານປະທານາທິບໍດີອາເມລິກາ ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເພື່ອແນໃສ່ຮັບປະກັສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າກໍ່ເຫັນດີກ່ຽວກັບຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດອາເມລິກາ - ອາຊຽນ ແລະ ເຊື່ອໝັ້ນຕໍ່ການພັດທະນາຂອງການພົວພັນຫວຽດນາມ - ອາເມລິກາ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ແຕ່ລະປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເພີ່ມທະວີການພົວພັນອາເມລິກາ - ອາຊຽນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ອາຊີ - ປາຊີຟິກ ແລະ ໃນໂລກອີກດ້ວຍ.”

        ກ່ຽວກັບທິດທາງການພົວພັນ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ: 2 ຝ່າຍຈະເພີ່ມທະວີການພົບປະ ແລະ ເຈລະຈາ ພິເສດແມ່ນສືບຕໍ່ຊຸກຍູ້ການແລກປ່ຽນ, ພົບປະຂັ້ນສູງ ໂດຍຜ່ານບັນດາການຢ້ຽມຢາມ 2 ຝ່າຍ ແລະ ພົບປະຢູ່ນອກບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຊຸກຍູ້ທ່າພັດທະນາຂອງການພົວພັນເສດຖະກິດ - ການຄ້າ - ການລົງທຶນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈຳກັດບັນດາການຂັດແຍ້ງກັນດ້ານການຄ້າ - ການລົງທຶນລະຫວ່າງ 2 ປະເທດໃນລະດັບນ້ອຍສຸດ, ສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງເສດຖະກິດ - ການຄ້າ ເຊິ່ງ 2 ຝ່າຍໄດ້ລົງນາມຢ່າງມີປະສິດທິຜົນ. ຍູ້ແຮງການຮ່ວມມືວິທະຍາສາດ - ເຕັກໂນໂລຊີ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີການຮ່ວມມືມະນຸດສະທຳ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ເປີດກ້ວາງການພົບປະແລກປ່ຽນປະຊາຊົນ…ຜ່ານນັ້ນ ແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດກ່ວາອີກ”.

        ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ກ່ວາ 2 ທົດສະວັດຜ່ານມາ, ອາເມລິກາ ແລະ ຫວຽດນາມ ພ້ອມກັນຊອກຫາບັນດາຈຸດທີ່ຄ້າຍຄືກັນ ອີງຕາມຜົນປະໂຫຍດລວມ, ສ້າງການຜູກຮັດ ເພື່ອໃຫ້ມີການພົວພັນຄືປັດຈຸບັນ. ແລະການຢ້ຽມຢາມຂອງທ່ານປະທານາທິບໍດີ Donald Trump ແມ່ນຢືນຢັນຄືນໃໝ່ການຜູກຮັດຕ່າງໆນັ້ນ.

“ຂ້າພະເຈົ້າຕີລາຄາສູງ ເລື່ອງຫວຽດນາມ ປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດ້ານການຄ້າ, ເພີ່ມທະວີການສົ່ງອອກໄປຍັງ ອາເມລິກາ. ຊົນຊັ້ນກາງໃນສັງຄົມຢູ່ຫວຽດນາມ ພວມພັດທະນາ ນັ້ນແມ່ນຕະຫລາດຄວາມສາມາດບົ່ມຊ້ອນໃຫ້ແກ່ວິສາຫະກິດ ອາເມລິກາ. ພວກເຮົາຈະພ້ອມກັນເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດພັດທະນາຢ່າງວ່ອງໄວ ເພື່ອອະນາຄົດຈະເລີນຮຸ່ງເຮືອງໃຫ້ທັງ ອາເມລິກາ ແລະ ຫວຽດນາມ.”

        ທ່ານປະທານາທິບໍດີ Donald Trump ຊົມເຊີຍທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເປັນເຈົ້າພາບຈັດຕັ້ງສັບປະດາຂັ້ນສູງ APEC ຢູ່ນະຄອນ ດ່າໜັງ ສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ