ປະທານສະພາຕ່ຳຍີ່ປຸ່ນTadamoriOshimaສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD)-ຕອນບ່າຍວັນທີ6/5, ທ່ານປະທານສະພາຕ່ຳ ຍີ່ປຸ່ນ TadamoriOshima ແລະ ພັນລະຍາໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 4-6/5 ຕາມຄຳເຊີນຂອງທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ. ໃນການຢ້ຽມຢາມຫວຽດນາມຄັ້ງນີ້, ທ່ານປະທານສະພາຕ່ຳ ຍີ່ປຸ່ນ ໄດ້ເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ເຂົ້າຢ້ຽມຂ່ຳນັບການນຳພັກ, ລັດ ຫວຽດນາມ. 

ປະທານສະພາຕ່ຳຍີ່ປຸ່ນTadamoriOshimaສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ແລະ  ທ່ານປະທານສະພາຕ່ຳ

ຍີ່ປຸ່ນ TadamoriOshima

ການພົບປະຄັ້ງຕ່າງໆນັ້ນ, ສອງຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືໃນຂົງເຂດຮ່ວມມືແຮງງານ. ກ່່ຽວກັບການຮ່ວມມືດ້ານການຄ້າ, ທ່ານປະທານສະພາຕ່ຳ ຍີ່ປຸ່ນ ສະເຫນີ ສອງຝ່າຍຄວນປະຕິບັດບັນດາຂໍ້ກຳນົດໃນຂອບເຂດບັນດາສັນຍາການຄ້າມີລັກສະນະທົ່ວໂລກ, ໃນນັ້ນ ມີສັນຍາຄູ່ຮ່ວມມືຂ້າມປາຊີຟີກ ແລະ ປາດຖະຫນາສອງຝ່າຍສືບຕໍ່ປຶກສາຫາລືຊຸກຍູ້ສັນຍານີ້. ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງຝ່າຍຕີລາຄາສູງການຮ່ວມມືລະຫວ່າງສະພາແຫ່ງຊາດ, ສອງກຸ່ມລັດຖະສະພາມິດຕະພາບ ແລະ ບັນດາສະມາຊິກສະພາແຫ່ງຊາດຂອງສອງປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ສອງຝ່າຍກໍ່ໄດ້ແລກປ່ຽນບາງບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍເຫັນດີເປັນເອກະພາບຕໍ່ການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີ, ເຄົາລົບບັນດາວິວັດການທາງການທູດ ແລະ ນິຕິທຳ, ເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ