ປະທານາທິບໍດີລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບປຶກສາຫາລືຫຼາຍບັນຫາສຳຄັນ

(VOVWORLD) -ວັນທີ 20 ມີນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin, ຜູ້ທີ່ຫາກໍ່ໄດ້ຮັບໄຊຊະນະໃນການເລືອກຕັ້ງອາຍຸການທີ 4 ໃນການເລືອກຕັ້ງປະທານາທິບໍດີລັດເຊຍ ໃນວັນທີ 18 ມີນາ.
ປະທານາທິບໍດີລັດເຊຍ,ອາເມລິກາໂອ້ລົມທາງໂທລະສັບປຶກສາຫາລືຫຼາຍບັນຫາສຳຄັນ - ảnh 1(ພາບປະກອບ: Gettyimages)

ໃນການໂອ້ລົມທາງໂທລະສັບ, ທ່ານປະທານາທິບໍດີ Trump ໄດ້ອວຍພອນທ່ານປະທານາທິບໍດີ Putin ໄດ້ຮັບການເລືອກຕັ້ງຄືນໃໝ່. ກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍສະແດງຄວາມສົນໃຈໃນການເລີ່ມປະຕິບັດການຮ່ວມມືທາງດ້ານເສດຖະກິດ, ພ້ອມທັງປຶກສາຫາລືຄວາມສາມາດຈັດຕັ້ງການພົບປະຂັ້ນສຸດຍອດ. ວັງ Kremlin ໃຫ້ຮູ້ວ່າ, ການໂອ້ລົມທາງໂທລະສັບຄັ້ງນີ້ແມ່ນເພື່ອແນໃສ່ແກ້ໄຂບັນດາບັນຫາໃນການພົວພັນລະຫວ່າງລັດເຊຍ ແລະ ອາເມລິກາ.

        ສຳລັບບັນດາບັນຫາສາກົນ, 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສົມທົບກັນຄວບຄຸມສະພາບການຊ່ວງເສັງດ້ານອາວຸດ, ກໍ່ຄືຮັບປະກັນສະຖຽນລະພາບຍຸດທະສາດ ແລະ ຕ້ານການກໍ່ການຮ້າຍທົ່ວໂລກ. ທ່ານ Trump ແລະ ທ່ານ Putin ຖືວ່າ, ຄວນສືບຕໍ່ມານະພະຍາຍາມເພື່ອຫຼຸດຜ່ອນສະພາບເຄັ່ງຕຶງຢູ່ໃນແຫຼມເກົາຫຼີ ຜ່ານບັນດາມາດຕະການທາງການທູດ. ນອກນັ້ນ, ການນຳ 2 ທ່ານກໍ່ໄດ້ປຶກສາຫາລືກ່ຽວກັບບັນຫາຊີຣີ ແລະ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ