ທ່ານປະທານາທິບໍດີ James Alix Michel
ພົບປະເຈລະຈາກັບທ່ານປະທານປະເທດ ເຈືອນເຕີນຊາງ
(ພາບ: TTXVN)
(vovworld) - ຕອນຄໍ່າວັນທີ 29 ສິງຫາ, ທ່ານປະທານາທິບໍດີ ສ.Seychelles, James Alix Michel ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 28 – 29 ສິງຫາ ຕາມຄຳເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ ຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມຫວຽດນາມ, ທ່ານປະທານາທິບໍດີ James Alix Michel ໄດ້ມີການພົບປະເຈລະຈາກັບທ່ານປະທານປະເທດ ເຈືອນເຕີນຊາງ; ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ; ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ. ທີ່ບັນດາການພົບປະ, 2 ຝ່າຍປາດຖະໜາຢາກຊຸກຍູ້ ແລະ ເປີດກວ້າງການພົວພັນສາມັກຄີ, ມິດຕະພາບ ແລະ ຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດກວ່າອີກ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ... 2 ຝ່າຍເຫັນດີສືບຕໍ່ແລກປ່ຽນຂໍ້ມູນຂ່າວ, ເພີ່ມທະວີການສົມທົບກັນ ແລະ ຮ່ວມມືໃນບັນດາເວທີປາໄສພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າຄວາມມານະພະຍາຍາມລວມ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືລະ ພັດທະນາ. ໃນການຢ້ຽມຢາມ, ທ່ານປະທານາທິບໍດີ James Alix Michel ໄດ້ໄປວາງພວງມາລາ ແລະ ເຂົ້າຢ້ຽມສູ້ສານປະທານໂຮ່ຈິມິນ; ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງ 2 ປະເທດ 5 ສະບັບ ໃນບັນດາຂົງເຂດການທູດ, ການບິນ, ທ່ອງທ່ຽວ, ການຄ້າ ແລະ ແຮກສ່ຽວລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນ Vichtoria.