ປະທານາທິບໍດີອາເມລິກາຢືນຢັນຈັດວາງອັດຕາພາສີນຳເຂົ້າສຳລັບຈີນ “ນຳມາເຊິ່ງໝາກຜົນຕັ້ງໜ້າ”

(VOVWORLD) -ວັນທີ 03 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖືວ່າ, ບັນດາອັດຕາພາສີອາກອນເຊິ່ງອຳນາດການປົກຄອງຂອງທ່ານຈັດວາງສຳລັບສິນຄ້າທີ່ນຳເຂົ້າຈາກຈີນ ບໍ່ເຮັດໃຫ້ອັດຕາໄພເງິນເຟີ້ຢູ່ອາເມລິກາ ເພີ່ມຂຶ້ນ, ຫາກຈະຊຸກຍູ້ບັນດາຜູ້ທຳການຜະລິດຖອນຕົວອອກຈາກຈີນ ເພື່ອໄປຍັງປະເທດອື່ນ.

ໃນສື່ສັງຄົມອອນລາຍ Twitter, ພາຍຫຼັງການຢ້ຽມຢາມທາງລັດຖະກິດເຖິງອັງກິດ, ທ່ານ D.Trump ເນັ້ນໜັກວ່າ “ມີຫຼາຍບໍລິສັດພວນຖອນຕົວອອກຈາກຈີນ ເພື່ອໄປຍັງປະເທດອື່ນ, ໃນນັ້ນມີອາເມລິກາ, ເພື່ອແນໃສ່ຫຼີກລ້ຽງຕ້ອງຈ່າຍອັດຕາພາສີໃໝ່”. ທ່ານ D.Trump ເນັ້ນໜັກວ່າ: “ບໍ່ມີສັນຍານທີ່ຊີ້ໃຫ້ເຫັນວ່າ ລະດັບລາຄາ ແລະ ອັດຕາໄພເງິນເຟີ້ເພີ່ມຂຶ້ນ, ໃນຂະນະທີ່ອາເມລິກາ ພວມມີລາຍຮັບນັບພັນຕື້ USD”.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໃຫ້ຮູ້ວ່າ, ອາເມລິກາ ພວມຊອກຫາວິທີ “ດຸນດ່ຽງ” ກັບຈີນ ພາຍຫຼັງຂາດຄວາມສະເໝີພາບດ້ານການຄ້າມາເປັນເວລາຫຼາຍທົດສະວັດ. ທ່ານ Mike Pompeo ຊີ້ແຈ້ງວ່າ, ທ່ານປະທານາທິບໍດີອາເມລິກາ D.Trump ຢາກຮັບປະກັນວ່າ ບັນດາບໍລິສັດຂອງຈີນ ແລະ ບໍລິສັດຂອງອາເມລິກາ ສາມາດດຳເນີນທຸລະກິດໂດຍອີງໃສ່ບັນດາມາດຕາສະເໝີພາບ.

ຕອບກັບ

ຂ່າວ/ບົດ​ອື່ນ