ປະທານາທິບໍດີ ຢູແກຼນ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ເອີລົບໃຫມ່

(VOVWORLD) -ປະທານ ຄະນະກຳມະການເອີລົບ ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ: ອີຢູ ພວມກະກຽມບ້ວງລົງໂທດໃຫມ່ ເພື່ອແນໃສ່ເພີ່ມກຳລັງດັນຕໍ່ປະທານາທິບໍດີ ລັດເຊຍ Vladimir Putin. 
ປະທານາທິບໍດີ ຢູແກຼນ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບ ເອີລົບໃຫມ່ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ທີ່ການຖະແຫລງຂ່າວຢູ່ ກີແອັບ ໃນວັນທີ 13 ພຶດສະພາປີ 2025. (ພາບ: Kyodo/TTXVN)

ວັນທີ 16 ພຶດສະພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskyy ພ້ອມກັບບັນດາການນຳຂອງສີບໆປະເທດ ແລະ ອົງການເອີລົບ ເຂົ້າຮ່ວມກອງປະຊຸມຢູ່ ນະຄອນຫລວງ Tirana ຂອງ Albania ເພື່ອປຶກສາຫາລືບັນດາສິ່ງທ້າທາຍກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນທົ່ວທະວີບ. ປີນີ້ ກອງປະຊຸມປະຊາຄົມດ້ານການເມືອງເອີລົບ (EPC) ດ້ວຍຫົວຂໍ້ “ເອີລົບໃຫມ່ໃນໂລກໃຫມ່: ສາມັກຄີ - ການຮ່ວມມື- ການກະທຳຮ່ວມ” ໂດຍເຕົ້າໂຮມຜູ້ຕາງຫນ້າມາຈາກປະມານ 50 ປະເທດ ແລະ ອົງການຈັດຕັ້ງ. ໃນຂອບເຂດກອງປະຊຸມມີບັນດາການພົບປະສອງຝ່າຍ, ການໂຮມປະຊຸມຕາມຫນ່ວຍເພືື່ອປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທີ່ສຳຄັນ.

ເນ່ືອງໃນໂອກາດນີ້ ບັນດາການນຳ ເອີລົບ ໄດ້ພົບປະຢູ່ Tirana, ໃນວັນດຽວກັນ ປະທານ ຄະນະກຳມະການເອີລົບ ທ່ານນາງ Ursula von der Leyen ໃຫ້ຮູ້ວ່າ: ອີຢູ ພວມກະກຽມບ້ວງລົງໂທດໃຫມ່ ເພື່ອແນໃສ່ເພີ່ມກຳລັງດັນຕໍ່ປະທານາທິບໍດີ ລັດເຊຍ Vladimir Putin. ມາຮອດປະຈຸບັນ, ອີຢູ ໄດ້ຜ່ານ 17 ບ້ວງລົງໂທດເພື່ອເລ່ັງໃສ່ ມົດສະກູ ແລ້ວ, ໃນນັ້ນ ບ້ວງໃຫມ່ສຸດໂດຍໄດ້ຮັບຮອງເອົາໃນສັບປະດານີ້.

ຕອບກັບ

ຂ່າວ/ບົດ​ອື່ນ