ປະທານາທິບໍດີ ອັກຊັງຕີນ Mauricio Macri ຕີລາຄາສູງຜົນງານດ້ານເສດຖະກິດຂອງ ຫວຽດນາມ

(VOVWORLD) - ທ່ານ ດັ້ງຊວນຢູງ ເອກອັກຄະລັດຖະທູດຄົນໃໝ່ ຫວຽດນາມ ຫາກໍ່ຍື່ນສານຕາຕັ້ງ ຂອງ ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ຫວຽດນາມ ຂຶ້ນ ທ່ານ Mauricio Macri ປະທານາທິບໍດີ ອັກຊັງຕີນ ໃນພິທີຢ່າງສົມນຽບເຊິ່ງຈັດຕັ້ງໃນວັນທີ 18/7

ຢູ່ທຳນຽບປະທານາທິບໍດີ, ນະຄອນຫຼວງ Buenos Aires, ທີ່ພິທີຮັບສານຕາຕັ້ງ, ທ່ານ ປະທານາທິບໍດີ Macri ຕີລາຄາສູງຜົນງານດ້ານເສດຖະກິດຂອງ ຫວຽດນາມ ໃນຊຸມປີມໍ່ໆມານີ້, ຢືນຢັນຈະສ້າງເງື່ອນໄຂເພື່ອໃຫ້ ທ່ານ ເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່. ທ່ານ Macri ກໍ່ສະແດງຄວາມເຊື້ອໝັ້ນວ່າ ທ່ານ ເອກອັກຄະລັດຖະທູດ ດັ້ງຊວນຢູງ ຈະເປັນຂົວຕໍ່, ປະກອບສ່ວນເຂົ້າໃນການເພີ່ມທະວີ, ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ສ່ວນທ່ານ ເອກອັກຄະລັດຖະທູດ ດັ້ງຊວນຢູງ ຊີ້ແຈ້ງ ບັນດາບາດກ້າວພັດທະນາໃນການພົວພັນສອງຝ່າຍນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ໃນປີ 1973, ຢືນຢັນຈະເຮັດຈົນສູມຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອັກຊັງຕີນ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ