ປາກິສະຖານບຸກໂຈມຕີທາງອາກາດດັບສູນພວກກະບົດກວ່າ 100 ຄົນ
ການບຸກໂຈມຕີສະໜາມບິນ Karachi.
(ພາບ: 24h.com)
(vovworld) - ຕອນເຊົ້າວັນທີ 15/6, ພວກກະບົດກວ່າ 100 ຄົນ ໄດ້ຖືກດັບສູນ ແລະ ສະຖານທີ່ຊ້ອນຕົວ 8 ແຫ່ງຂອງພາກສ່ວນລຸກຮຶ້ຂຶ້ນກໍ່ຖືກທຳລາຍໃນການບຸກໂຈມຕີທາງອາກາດຂອງກອງທັບປາກິສະຖານໃສ່ເຂດ ອວາຢີຣີສະຖານເໜືອ, ຢູ່ທາງທິດຕາເວັນອອກສ່ຽງຕົກຂອງປະເທດນີ້. ການບຸກໂຈມຕີສ່ວນຫຼາຍແມ່ນເລັ່ງໃສ່ບັນດາມືປືນຊາວ ອູເຢີເບດິສະຖານ ທີ່ຫ່າງຈາກເທດສະບານ ມີຣານຊາ ໄປທາງທິດຕາເວັນຕົກຂອງ ອວາຢີຣີສະຖານເໜືອ ປະມານ 25 ກິໂລແມັດ, ແລະ ສະຖານທີ່ຂອງພວກກະບົດທີ່ພົວພັນກັບ ຕາລີບານ ແລະ ອານເກດາ, ເຊິ່ງຕິດກັບ ອາບການິສະຖານ.
ກ່ອນໜ້ານັ້ນ, ວັນທີ 14/6, ກອງທັບ ປາກິສະຖານ ໄດ້ອອກຄຳຂາດ, ບັງຄັບໃຫ້ບັນດາມືປືນຕ່າງປະເທດທັງໝົດທີ່ພວມຊ້ອນຕົວຢູ່ ອວາຢີຣີສະຖານເໜືອຕ້ອງມອບອາວຸດ ແລະ ອອກຈາກເຂດດັ່ງກ່າວ.