ຜູ້ນຳໂລກສືບຕໍ່ສົ່ງໂທລະເລກແບ່ງປັນຄວາມເສົ້າສະລົດໃຈໄປຍັງກູບາ
ປະທານາທິບໍດີອາເມລິກາ Barack Obama ໄດ້ເຮັດວຽກຢ່າງຕັ້ງໜ້າເພື່ອເປີດໜ້າປະຫວັດສາດໃໝ່ໃນການພົວພັນກັບກູບາ |
(vovworld)- ວັນທີ 26/11, ປະທານາທິບໍດີອາເມລິກາ Barack Obama ໄດ້ຖະແຫຼງວ່າ ປະຫວັດສາດຈະຮັບຮູ້ ແລະ ສັງເກດຕີລາຄາກ່ຽວກັບຜົນກະທົບຂອງ ຜູ້ນຳກູບາ Fidel Castro ທີ່ມີຕໍ່ທົ່ວໂລກ. ປະທານາທິບໍດີອາເມລິກາ Barack Obama ເນັ້ນໜັກວ່າ ໃນຖານະຕຳແໜ່ງເປັນປະທານາທິບໍດີ, ທ່ານໄດ້ເຮັດວຽກຢ່າງຕັ້ງໜ້າເພື່ອເປີດໜ້າປະຫວັດສາດໃໝ່ໃນການພົວພັນກັບກູບາ. ໃນຂະນະນັ້ນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ກໍໄດ້ສະແດງການການແບ່ງປັນຄວາມເສົ້າສະລົດໃຈຢ່າງເລິກເຊິ່ງມາຍັງລັດ ແລະ ປະຊາຊົນກູບາຕໍ່ການເຖິງແກ່ມໍລະນະກຳຂອງຜູ້ນຳກູບາ Fidel Castro, ພ້ອມກັນນັ້ນກໍຖະແຫຼງວ່າ ຈະສືບຕໍ່ຮ່ວມມືກັບປະຊາຊົນກູບາພາຍຫຼັງທີ່ທ່ານ Fidel Castro ເຖິງແກ່ມໍລະນະກຳ.
ໃນໂທລະເລກແບ່ງປັນຄວາມເສົ້າສະລົດໃຈທີ່ສົ່ງເຖິງປະທານກູບາ Raul Castro ເມື່ອວັນທີ 26/11, ປະທານາທິບໍດີ ລັດເຊຍ Putin ໄດ້ຍ້ອງຍໍທ່ານ Fidel Castro ແມ່ນບຸກຄົນເຂັ້ມແຂງ ແລະ ພາລະດອນພາບ, ຍາມໃດກໍມຸ່ງໄປສູ່ອະນາຄົດດ້ວຍຄວາມເຊື່ອໝັ້ນ, ພ້ອມທັງຢືນຢັນວ່າ ບັນດາຄວາມຊົງຈຳກ່ຽວກັບ ຈະຍືນຍົງຄົງຕົວໃນດວງໃຈຂອງຊາວລັດເຊຍ. ໃນວັນດຽວກັນ, ປະທານາທິບໍດີ ເມັກຊິກໂກ Pena Nieto ກໍໄດ້ຢືນຢັນວ່າ ຜູ້ນຳກູບາ Fidel Castro ແມ່ນເພື່ອນຜູ້ສະໜິດສະໜົມຂອງຕົນ ແລະ ເປັນຜູ້ຊຸກຍູ້ສາຍພົວພັນ 2 ຝ່າຍໂດຍອີງບົນຄວາມເຄົາລົບ, ສົນທະນາ ແລະ ນ້ຳໃຈມິດຕະພາບສາມັກຄີ. ສ່ວນປະທານາທິບໍດີ ຝະລັ່ງ Francois Hollande ທີ່ພວມມີໜ້າຢູ່ Madagascar ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດບັນດາປະເທດໃຊ້ພາສາຝະລັ່ງຄັ້ງທີ 16 ກໍໄດ້ສະແດງຄວາມໂສກເສົ້າເສຍດາຍ ອາໄລອາວອນຕໍ່ໜ້າຄວາມສູນເສຍຢ່າງໃຫຍ່ຫຼວງຂອງປະຊາຊົນກູບາ, ພ້ອມທັງຕີລາຄາວ່າ ຜູ້ນຳກູບາ Fidel Castro ແມ່ນ ແບບຢ່າງດີເດັ່ນຂອງສະຕະວັດທີ 20.