ກວດພະຍາດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
(ພາບ: hanoimoi.com.vn)
(vovworld) - ພາຍຫຼັງ 5 ປີ ແຫ່ງການຄົ້ນຄ້ວາ ແລະ ປະຕິບັດທົດລອງ, ນັບແຕ່ເດືອນ 1 ປີ 2011, ໂດຍໄດ້ຮັບການໜູນຊ່ວຍຈາກອົງການເພື່ອຊີວິດ ອາຊີ - ປາຊີຝິກ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊີນຫວຽດນາມ ຕົກລົງນຳສູນລ້າງພິດ ດີໂອຊິນ ແຂວງ ທ້າຍບິ່ງເຂົ້າເຄື່ອນໄຫວ. ໃນ 1 ປີທີ່ຜ່ານມາ, ທາງສູນໄດ້ດຳເນີນການລ້າງພິດໃຫ້ປະຊາຊົນປະມານ 300 ຄົນ, ໃນນັ້ນສ່ວນຫຼາຍແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ໃນເບື້ອງຕົ້ນໄດ້ປະກອບສ່ວນປັບປຸງສຸຂະພາບໃຫ້ແກ່ເຂົາເຈົ້ານັບມື້ນັບດີຂຶ້ນ. ພົນຕີ Tran Xuan Thu, ຮອງປະທານສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ, ໃຫ້ຮູ້ວ່າ:
”ຜູ້ທີ່ໄດ້ຮັບການລ້າງພິດຕາມວິທີຂອງສູນລ້າງພິດ ດີໂອຊິນ ແຂວງ ທ້າຍບິ່ງ ລ້ວນແຕ່ໄດ້ຮັບຜົນດີທີ່ສຸດ. ປະຈຸບັນຫາກໍ່ປະຕິບັດການລ້າງພິດຢູ່ແຂວງ ທ້າຍບິ່ງເທົ່ານັ້ນ, ສ່ວນຢູ່ແຫ່ງອື່ນໆກໍ່ຢາກຜັນຂະຫຍາຍ. ພວກເຮົາພວມມີການພົວພັນກັບປະເທດຈຳນວນໜຶ່ງຄືອົດສະຕາລີ, ເຂົາເຈົ້າກໍ່ມີມາດຕະການສະເໜີແນະໃຫ້ພວກເຮົາເພື່ອຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ. ປະຈຸບັນ, ພວກເຮົາພວມຊອກຫາວິທີລ້າງພິດດ້ວຍການສົມທົບຢາພື້ນເມືອງກັບຢາຫຼວງ. ແລະໃນສອງ, ສາມປີຈະມາເຖິງທາງສູນຈະສືບຕໍ່ປິ່ນປົວພະຍາດຕາມວິທີດັ່ງກ່າວໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດີໂອຊິນ ”