( vovworld ) – ສຳນັກຂ່າວສານ ISNA ຂອງ Iran ໃຫ້ຂ່າວວ່າ: ວັນທີ 21/5, ທ່ານ Yukiya Amano ຜູ້ອຳນວຍການອົງການພະລັງງານປະລາມານູສາກົນ IAEA ໄດ້ມີການເຈລະຈາກັບວົງການເຈົ້າໜ້າທີ່ຂັ້ນສູງ Iran ໃນຂອບເຂດການຢ້ຽມຢາມ Teheran ຂອງທ່ານເປັນເວລາ 1 ວັນ. ທ່ານ Amano ໄດ້ມີການພົບປະກັບຜູ້ອຳນວຍການອົງການພະລັງງານນິວເຄຼຍ Iran. ຕາມແຜນການແລ້ວ, ທ່ານຈະພົບປະກັບຫົວໜ້າຄະນະເຈລະຈານິວເຄຼຍ Iran ແລະ ລັດຖະມົນຕີການຕ່າງປະເທດ Iran. ວົງການນັກການທູດຕີລາຄາວ່າ: ບັນດາການພົບປະນີ້ ອາດຈະພາໄປເຖິງຂໍ້ຕົກລົງເປີດກ້ວາງການເຄື່ອນໄຫວຕິດຕາມກວດກາບັນດາຮາກຖານນິວເຄຼຍຂອງ Iran.
ໃນວັນດຽວກັນ, ທ່ານຫົງເລີຍ, ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ປະເທດນີ້ຈະສົ່ງຜູ້ຊ່ວຍວຽກຂອງທ່ານລັດຖະມົນຕີການຕ່າງປະເທດຈີນ ໝ່າຈ່ຽວຊື້ ເຂົ້າຮ່ວມການເຈລະຈານິວເຄຼຍລະຫວ່າງ Iran ແລະ ກຸ່ມ P5+1 ໃນວັນທີ 23/5 ທີ່ຈະມາເຖິງ. ທ່ານຫົງເລີຍ ເນັ້ນໜັກວ່າ ຈີນ ສະແດງຄວາມເຊື່ອໝັ້ນວ່າ ການເຂົ້າຮ່ວມການເຈລະຈາແມ່ນມາດຕະການເໝາະສົມ ແລະ ມີປະສິດທິຜົນ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນກ່ຽວກັບໂຄງການນິວເຄຼຍຂອງ Iran.