(vovworld) – ຫົວໜ້າຜູ້ແຫ່ຂະບວນປະທ້ວງ ຢູ່ໄທ ສຸເທບ ເທຶອກສຸບັນ ໄດ້ຖະແຫຼງເມື່ອວັນທີ 30/1 ວ່າຈະບໍ່ “ກີດຂວາງ” ການເລືອກຕັ້ງທົ່ວປະເທດ, ແຕ່ຮຽກຮ້ອງໃຫ້ປະຊາຊົນ ໄທ ປະຕິເສດການເລືອກຕັ້ງ. ລັດຖະບານ ຊົ່ວຄາວຂອງທ່ານນາງນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ຢັ້ງຢືນຈະມານະພະຍາຍາມເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງທົ່ວປະເທດ, ໂດຍບໍ່ຫົວຊາຕໍ່ຄຳກ່າວເຕືອນຈາກຝ່າຍຄ້ານກ່ຽວກັບສະພາບການໃຊ້ຄວາມຮຸນແຮງພວມເພີ່ມຂຶ້ນກໍ່ຄືການແບ່ງແຍກທາງດ້ານການເມືອງນັບມື້ນັບເລິກເຊິ່ງຢູ່ ໄທ. ໄທ ຈະຜັນຂະຫຍາຍຕຳຫຼວດ 10.000 ຄົນຢູ່ນະຄອນຫຼວງ ບາງກອກ ໃນວັນຈັດການເລືອກຕັ້ງຄືວັນທີ 2/2 ຈະມາເຖິງ.
ຄາດວ່າ, ພັກກຳອຳນາດເພື່ອໄທ ຂອງທ່ານນາງນາຍົກລັດຖະມົນຕີ ຍິ່ງລັກ ຊິນນະວັດ ຈະຍາດໄດ້ໄຊຊະນະຢ່າງງາຍດາຍໃນການເລືອກຕັ້ງຈະມາເຖິງ, ເມື່ອພັກປະຊາທິປັດຝ່າຍຄ້ານຢູ່ ໄທ ຖະແຫຼງປະຕິເສດການເລືອກຕັ້ງ.