ຝະລັ່ງ ແລະ ອີຕາລີ ປຶກສາຫາລືບັນຫາປັບປຸງ ອີຢູ

(VOVWORLD) - ວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ເຈລະຈາກັບທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni ພວມຢູ່ຢ້ຽມຢາມ ຝະລັ່ງ, ໃນນັ້ນ ຫົວເລື່ອງປຶກສາຫາລືຕົ້ນຕໍແມ່ນບັນດາມາດຕະການປັບປຸງສະຫະພາບເອີລົບ (ອີຢູ)

ຝະລັ່ງ ແລະ ອີຕາລີ ປຶກສາຫາລືບັນຫາປັບປຸງ ອີຢູ - ảnh 1ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron (ພາບ: AP) 

ກ່າວຄຳເຫັນໃນການປະຊຸມຂ່າວລວມພາຍຫລັງການເຈລະຈາ, ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ຢືນຢັນວ່າ ຝະລັ່ງ ປາດຖະໜາຢາກຮ່ວມມືແໜ້ນແຟ້ນກັບ ອີຕາລີ, ເຢຍລະມັນ ແລະ ບັນດາປະເທດອື່ນໆ ແນໃສ່ຈຸດໝາຍ ຮັບປະກັນອະນາຄົດພັດທະນາຂອງສະຫະພາບ ເອີລົບ (ອີຢູ). ອີຢູ ຕ້ອງກາຍເປັນສະຫະພາບທີ່ເຂັ້ມແຂງ, ພ້ອມທັງຕ້ອງເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ສ່ວນທ່ານນາຍົກລັດຖະມົນຕີ ອີຕາລີ Paolo Gentiloni ຢືນຢັນຄືນໃໝ່ ເລື່ອງທ່ານ Emmanuel Macron ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ຝະລັ່ງ ນຳມາໃຫ້ຄວາມຫວັງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈໃນ ອີຢູ. ການນຳ ອີຕາລີ ຖືວ່າ: ໜຶ່ງໃນບັນດາບຸລິມະສິດປະຈຸບັນແມ່ນ “ເຮັດໃຫ້ຳບັນດາປະເທດ ອີຢູ ສ້າງຕັ້ງສຳພັນທະມິດພາສີ ແລະ ທະນາຄານ ໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ