ຝ່າຍຄ້ານ ຊີຣີ ຍົກອອກເງື່ອນໄຂຮ່ວມມື
(VOVWORLD) - ວັນທີ 01 ກຸມພາ, ຫົວໜ້າຄະນະເຈລະຈາຂອງຝ່າຍຄ້ານ ຊີຣີ, ທ່ານ Nasr Hariri ຖະແຫຼງວ່າ
ຝ່າຍຄ້ານ ຊີຣີ ຍົກອອກເງື່ອນໄຂຮ່ວມມື (ພາບ EPA/TTXVN) |
ຝ່າຍຄ້ານນີ້ຈະຮ່ວມມືຕາມບັນດາຂໍ້ສະເໜີທີ່ໄດ້ຍົກອອກມາຢູ່ກອງປະຊຸມໃຫຍ່ເຈລະຈາຊົນຊາດ ຊີຣີ ເຊິ່ງຫາກໍ່ດຳເນີນໄປຢູ່ນະຄອນ Sochi ຂອງ ລັດເຊຍ ເພື່ອແນໃສ່ຮຽບຮຽງລັດຖະທຳມະນູນ ຊີຣີ ຄືນໃໝ່ ດ້ວຍເງື່ອນໄຂທີ່ວ່າ ວິວັດທະນາການນີ້ ຍັງຄົງນອນໃນການອຸປະຖຳຂອງສະຫະປະຊາຊາດ.
ຕາມການສື່ສານໃນພາກພື້ນ, ເມື່ອກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Nasr Hariri ຊີ້ແຈ້ງວ່າ ຄະນະກຳມະການລັດຖະທຳມະນູນ ໄດ້ຮັບການສ້າງຕັ້ງໃນຂອບເຂດວິວັດທະນາການ ໂດຍສະຫະປະຊາຊາດເປັນຜູ້ນຳພາຢູ່ ເຊີແນວ ປະເທດ ສະວິດ ນັ້ນແມ່ນເໝາະສົມກັບມະຕິ 2254 ຂອງສະຫະປະຊາຊາດທີ່ສຸດ ດັ່ງນັ້ນ ຝ່າຍຄ້ານຈະຕ້ອງສືບຕໍ່ຮ່ວມມືຕາມທິດນີ້.