ພັດທະນາເຮືອນຢູ່ສັງຄົມສົ່ງເສີມຕະຫຼາດອະສັງຫາລິມະສັບ

ພັດທະນາເຮືອນຢູ່ສັງຄົມສົ່ງເສີມຕະຫຼາດອະສັງຫາລິມະສັບ - ảnh 1
​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ
ເປັນ​ປະທານກອງປະຊຸມ
(ພາບ: hoangtrunghai.net)


(vovworld) -     ຕອນ​ເຊົ້າ​ວັນ​ທີ 22/02, ຢູ່​ຮ່າ​ໂນ້ຍ, ຄະນະຊີ້ນຳຂັ້ນ​ສູນ​ກາງ​ກ່ຽວ​ກັບ​ນະ​ໂຍບາຍ​ເຮືອນ​ຢູ່ ​ແລະ ຕະຫຼາດ​ອະສັງຫາລິມະ​ສັບຜັນ​ຂະຫຍາຍ​ແຜນການ​ເຄື່ອນ​ໄຫວ​ປີ 2013, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງຫາຍ. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້​ແມ່ນ ​ຍູ້​ແຮງ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ ​ເພື່ອ​ແກ້​ໄຂ​ຄວາມ​ຕ້ອງການ​ໃຫ້​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ໜູນ​ຊວ່ຍແກ້ໄຂສະພາບຊັກຊ້າຂອງຕະຫຼາດ​ອະສັງຫາລິມະ​ສັບ. ນີ້​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2013. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮວ່າງ​ຈູ​ງຫາຍ ​ໄດ້ຮຽກຮ້ອງ​ວ່າ ​ໃນ​ຕໍ່​ໜ້າ​ບັນດາ​ທ້ອງ​ຖິ່ນຕ້ອງ​ສຸມ​ໃສ່​ກວດກາ​ບັນດາ​ໂຄງການ​ພັດທະນາ​ເຮືອນ​ຢູ່, ​ເຂດ​ຕົວ​ເມືອງ​ໃໝ່, ຢຸດ​ຕິບັນດາ​ໂຄງການທີ່ບໍ່​ທັນ​ບຸກ​ເບີກ​ໜ້າ​ພຽງ ​​ຫຼື ບຸກ​ເບີ​ກໜ້າ​ພຽງ​ແລ້ວແຕ່​ບໍ່​ເໝາະ​ສົມ​ກັບ​ແຜນການ​ພັດທະນາ​ຂອງ​ທ້ອງຖິ່ນ. ສຳລັບ​ບັນດາ​ໂຄງການ​ເຮືອນ​ຢູ່​ພວມ​ປະຕິບັດ ຫຼື ສຳ​ເລັດ​ແລ້ວ ​ແຕ່​ຂາຍ​ບໍ່​ໄດ້ ຍ້ອນ​ເນື້ອ​ທີ່​ບໍ່​ເໝາະ​ສົມຕາມ​ແຕ່ລະ​ເຂດ ອະນຸຍາດ​ໃຫ້​ປັບ​ປຸ່ງ​ໂຄງ​ສ້າງຂອງ​ເຮືອນ​​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ສະມາດ​ຊຳ​ລະ. ຕ້ອງຜັນ​ຂະຫຍາຍ​ 2 ມາດ​ຕະການ​ຢ່າງ​ຄົບ​ຊຸດ​ຄື: ຫຼຸດຜ່ອນການ​ສະ​ໜອງ​ອອກສູ່​ຕະຫຼາດ, ​ເພີ່ມ​ລັກສະນະການຊຳ​ລະ​ເງິນ​ຂອງ​ບັນດາ​ຜະລິດ​ຕະພັນ. ນີ້​ແມ່ນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປົວ​ແປງສະພາບການຂອງຕະຫຼາດ​ອະສັງຫາລິມະ​ສັບ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ