ພຸດທະສາສະນິກກະຊົນຫວຽດນາມອາໄສຢູ່ Kitakyushu, ຍີ່ປຸ່ນ ມີແຫ່ງດຳເນີນຊີວິດດ້ານຈິດວິນຍານໃໝ່

(VOVWORLD) -ຫວ່າງແລ້ວນີ້, ຢູ່ເມືອງ Yahatahigashi, Kitakyushu, ປະເທດຍີ່ປຸ່ນ ໄດ້ເປີດນຳໃຊ້ວັດສະຫງວນໃຫ້ແກ່ຊາວຫວຽດນາມ ທີ່ດຳລົງຊີວິດຢູ່ເຂດນີ້.

ຕອບສະໜອງຄວາມຕ້ອງການຂອງພຸດທະສາສະນິກກະຊົນຫວຽດນາມ ແລະ ພຸດທະສາສະນິກກະຊົນຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ Kitakyushu, ອຳນາດການປົກຄອງເຂດ ແລະ ສະມາຄົມພຸດທະສາສະໜາທ້ອງຖິ່ນ ໄດ້ຊ່ວຍເຫຼືອສ້າງເງື່ອນໄຂອຳນວຍຄວາມສະດວກ ສະໜອງສະຖານທີ່ດຳເນີນຊີວິດດ້ານຈິດວິນຍານໃຫ້ຊາວຫວຽດນາມ, ໃນນັ້ນຕົ້ນຕໍ່ແມ່ນນັກສຶກສາ ພ້ອມກັບພຸດທະສາສະນິກກະຊົນຊາວຕ່າງປະເທດ.

        ຢູ່ບາງທ້ອງຖິ່ນຂອງຍີ່ປຸ່ນ, ວັດຫວຽດນາມ ໄດ້ກາຍເປັນແຫ່ງດຳເນີນຊີວິດດ້ານຈິດວິນຍານທີ່ຄາດບໍ່ໄດ້ສຳລັບປະຊາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ, ຊ້ຳບໍ່ໜຳຍັງດຶງດູດພຸດທະສາສະນິກກະຊົນຍີ່ປຸ່ນ ແລະ ຊາວຕ່າງປະເທດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ