ພິທີຍ້ອງຍໍສັນລະເສີນຄົນໜຸ່ມທີ່ມີຫົວຄິດປະດິດສ້າງທົ່ວປະເທດຄັ້ງທີ 5

ພິທີຍ້ອງຍໍສັນລະເສີນຄົນໜຸ່ມທີ່ມີຫົວຄິດປະດິດສ້າງທົ່ວປະເທດຄັ້ງທີ 5 - ảnh 1
​ພິທີ​ຍ້ອງຍໍ​ສັນລະ​ເສີນ​ຄົນ​ໜຸ່ມ​ທີ່​ມີຫົວຄິດ​ປະດິດ​ສ້າງ​ທົ່ວ​ປະ​ເທດ​ຄັ້ງ​ທີ 5
(ພາບ: chinhphu.vn)


(vovworld) -     ຕອນ​ຄໍ່າ​ວັນ​ທີ 18/11, ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີຍ້ອງຍໍ​ສັນລະ​ເສີນ​ຄົນ​ໜຸ່ມ​ທີ່​ມີຫົວຄິດ​ປະດິດ​ສ້າງ​ ທົ່ວ​ປະ​ເທດ​ຄັ້ງ​ທີ 5 ຢູ່​ທີ່​ຮ່າ​​ໂນ້ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ມຸ້ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຊາວ​ໜຸ່ມ​ທົ່ວ​ປະ​ເທດຄັ້ງ​ທີ 10, ​ເຊິ່ງດຳ​ເນີນ​​ໄປໃນ​ເດືອນ 12 ຈະ​ມາ​ເຖິງ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ສະມາຊິກ​ຊາວ​ໜຸ່ມ​ນະຄອນຫຼວງ​ພ້ອມ​ກັນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ​ສັນລະ​ເສີນ, ທ່ານ​​ເລຂາ​ທີ​ໜຶ່ງ​ສູນ​ກາງ​ຊາວ​ໜຸ່ມ Nguyen Dac Vinh ​​ຖື​ວ່າ; Festival ຜູ້​ໜຸ່ມ​ທີ່​ມີຫົວຄິດ​ປະດິດ​ສ້າງ​ທົ່ວ​ປະ​ເທດ​ຄັ້ງ​ນີ້ ຈະ​ສືບ​ຕໍ່​ປຸກລະດົມ​, ສົ່ງ​ເສີມ​ສະມາຊິກ​ຊາວ​ໜຸ່ມ​ເສີມ​ຂະຫຍາຍ​ຂໍ້​ລິ​ເລີ່​ມ, ຫົວຄິດ​ປະດິດ​ສ້າງ, ປັບປຸງ​ເຕັກນິກ​ການ​ຜະລິດ​ໃຫ້​ເໝາະ​ສົມ, ​ເປັນ​ເຈົ້າ​ການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາປະ​ເທດ​ຊາດ.

        “ການ​ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ແມ່ນ​ຄຸນ​ນະ​ທາດ, ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ໄວ​ໜຸ່ມ, ຢູ່​ໃສ​ມີ​ໄວ​ໜຸ່ມ​ຢູ່​ບ່ອນ​ນັ້ນ​ມີ​ຫົວຄິດ​ປະດິດ​ສ້າງ. ​ເພື່ອ​ບຸກລຸກ​ຄວາມເມົາ​ມົວ, ລະດົມ​ຈິດໃຈ​ມີຫົວຄິດ​ປະດິດ​ສ້າງ, ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ຊາວ​ໜຸ່ມ​​ເສີມ​ຂະຫຍາຍຫົວຄິດປະດິດ​ສ້າງ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສູນ​ກາງ​ຊາວ​ໜຸ່ມ​ຈະ​ຜັນ​ຂະຫຍາຍ​ຂະ​ບວນການ​ຄົນ​ໜຸ່ມ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​​ໃນ​ໝູ່​ຊາວໜຸ່ມຢ່າງ​ເລິກ​ເຊິ່ງ, ກວ້າງ​ແຂວງກວ່າ​ອີກ; ສືບ​ຕໍ່​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ, ​ເປັນ​ເຈົ້າ​ການ​ສົມທົບ​ກັບ​ບັນ​ດາ​ກະຊວງ, ຂະ​ແໜງ​ການ ​ເພື່ອ​ສ້າງ​ກົ​ນ​ໄກ, ນະ​ໂຍບາຍ​ສ້າງ​ສະພາບ​ແວດ​ລ້ອມ ​ແລະ ​ເງື່ອນ​ໄຂສະ​ດວກ​ໃຫ້​ໄວ​ໜຸ່ມ​ເສີມ​ຂະຫຍາຍ​ການ​ຫົວຄິດ​ປະດິດ​ສ້າງ, ປະຈັນບານ​ເປັນ​ເຈົ້າ​ການ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ​ເພື່ຶອພັດທະນາ​ເສດຖະກິດ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ