ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ອາຊຽນ

ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງ ອາຊຽນ - ảnh 1
ບັນດາຜູ້ແທນເຂົ້າຮ່ວມງານພົບປະແລກປ່ຽນວັດທະນະທຳ ອາຊຽນ

(vovworld) - ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງສະຫະ​ສະມາຄົມ​ບັນດາ​ປະ​ເທດ ອາຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ຫຼື ອາ​ຊຽນ) ​ແລະ ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ອາ​ຊຽນ ​ໂດຍ​ກະຊວງ​​ການ​ຕ່າງປະ​ເທດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ​ໃນຕອນ​ຄຳ່​ວັນ​ທີ 8/8, ຢູ່​ເຮືອນ​ຮັບ​ແຂກ​ລັດຖະບານ. ​​ໂດຍເປ​ັນປະທານ​ພິທີ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ຢືນຢັນ​ການ​ເຕີບ​ໃຫຍ່ເຂັ້ມ​ແຂງ​ຂອງ ອາ​ຊຽນ ​ແມ່ນ​ປັດ​​​ໄຈ​ສຳຄັນທີ່​ຂາດ​ບໍ່​ໄດ້​ສຳ​ລັບສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່ ອາຊີ ຕາ​ເວັນ​ອອກສຽງ​ໃຕ້, ພ້ອມ​ທັງ​​ແມ່ນ​ກຳລັງ​ໜູນ​ຍູ້​ແຮງ​​ການ​ໂອ້​ລົມ​ສົນທະນາ, ການ​ຮ່ວມ​ມື ​ແລ​ະ ຮ່ວມ​ສຳພັນ​ຢູ່ ອາຊີ ຕາ​ເວັນ​ອອກ ​ແລະ ອາຊີ ປາຊີ​ຟີ​ກ. ທ່ານ​ລັດ​ຖະມົນຕີ​ Pham Binh Minh ​ໃຫ້​ຮູ້​ວ່າ ອາ​ຊຽນ ພວມ​ສືບ​ຕໍ່​ປັບປຸງ, ສ້າງ​ສຳ​ເລັດ​ທຸກໆ​ດ້ານ ​ເພື່ອ​ໃຫ້ ອາ​ຊຽນ ກ້າວ​ເດີນ​ຢ່າງ​ໝັ້ນຄົງ​ບົນ​ເສັ້ນທາງ​ສ້າງປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ຢ່າງ​ບໍ່​ຢຸດ​ຢັ້ງ. ທ່ານ​ລັດ​ຖະມົນຕີ​ Pham Binh Minh ​ເນັ້ນ​ໜັກ​ວ່າ:

“ດ້ວຍ​ທິດ​ນຳ “ຕັ້ງໜ້າ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ” ​ໃນ​ການ​​ຮ່ວມ​ມື​ກັບອາ​ຊຽນ, ຍາມ​ໃດ​ຫວຽດນາມ ກໍ​ເອກອ້າງ​ທະ​ນົງ​ໃຈ​ທີ່ໄດ້​ມີ​ການ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ສະຫະ​ສະມາຄົມ​ໃນ​ຕະຫຼອດ 17 ປີຜ່ານມາ, ພິ​ເສ​​ດ ​ແມ່ນ​ໃນ​ອາຍຸ​ກາ​ນ​ເປັນ​ປະທານ ອາ​ຊຽນ ​ໃນ​ປີ 2010, ສ້າງ​ບັນດາ​ຂີດ​ໝາຍ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດນາມ​. ​​ໂດຍແມ່ນ​ພາກສ່ວນ​ໜຶ່ງ​ຂອງ ອາ​ຊຽນ, ຍາມ​ໃດ​ຫວຽດນາມ ກໍ​ຢືນຢັນວ່າ ​ການ​ຮ່ວມ​ມື ອາ​ຊຽນ  ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ໃນ​ທິດ​ທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ​ຂອງ​ຕົນ”

ພາຍຫຼັງ​ພິທີ​ສະ​ເຫຼີ​ມສະຫຼອງ ​ແມ່ນ​ງານ​ພົບ​ປະ​ແລກປ່ຽນວັດທະນະທຳ ອາ​ຊຽນ ​ໂດ​ຍກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ ຮ່າ​ໂນ້ຍ ​ແລະ ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ ພ້ອມ​ກັນ​ຈັດ​ຕັ້ງ. ງານ​ພົບ​ປະ​ແລກປ່ຽນ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ໂຄສະນາ, ​ເຜີຍ​ແຜ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ໝັ້ນຄົງ ​ແລະ ສະໜິດ​ແໜ້ນ. ຜ່ານ​ການ​ເຄື່ອນ​ໄຫວ​ນີ້, ອາ​ຊຽນ ກໍ ຢັ້ງຢືນ​ວ່າ: ອາ​ຊຽນ ຈະ​ສືບ​ຕໍ່​ແມ່ນ​ກຸ່ມ​ກ້ອນ​ພັນທະ​ມິດ​ທີ່​ໝັ້ນຄົງ, ສັນຕິພາບ ​ແລະ ວັດທະນາ​ຖາວອນ ​ໃນ​ປະຈຸ​ບັນ ກໍ​ຄື ​ໃນອະນາຄົດ.

ຂ່າວ/ບົດ​ອື່ນ