ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ
(ພາບປະກອບ: phapluatxahoi.vn)
(vovworld) - ຕອນບ່າຍວັນທີ 9/8, ໃນການພົບປະຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ຍ້ອງຍໍຜົນງານດີເດັ່ນຂອງໝູ່ຄະນະ ສ່ວນບຸກຄົນທີ່ດີເດັ່ນ, ຢືນຢັນວ່ານີ້ແມ່ນບັນດາຫຼັກຖານລະອຽດ, ມີຊີວິດຊີວາທີ່ສຸດໃຫ້ແກ່ການພັດທະນາຂອງຂະບວນການແຂ່ງຂັນຂອງແມ່ຍິງ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຢືນຢັນວ່າ: ພັກ ແລະ ລັດຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ມີຫຼາຍນະໂຍບາຍລະອຽດ ເພື່ອໃຫ້ແມ່ຍິງເຂົ້າຮ່ວມບັນດາອົງການການນຳ, ຄຸ້ມຄອງໃນທຸກຂັ້ນ, ທຸກຂະແໜງການນັບມື້ນັບຫຼາຍ; ສົ່ງເສີມສຸຂະພາບແມ່ ແລະ ເດັກນ້ອຍ, ສ້າງເງື່ອນໄຂເພື່ອໃຫ້ເອື້ອຍນ້ອງປະຕິບັດບົດບາດຂອງຜູ້ເປັນແມ່ໃຫ້ດີ, ສ້າງຄອບຄົວໃຫ້ອິ່ມໜຳສຳລານ, ສະເໝີພາບ, ກ້າວໜ້າ ແລະ ມີຄວາມຜາສຸກ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຫວັງວ່າ, ສະຫະພັນແມ່ຍິງຫວຽດນາມ ແລະ ແມ່ຍິງໃນທົ່ວປະເທດສືບຕໍ່ມານະພະຍາຍາມສຸມໃສ່ການປ່ຽນໃໝ່ ແລະ ຍົກສູງຄຸນນະພາບຂະບວນການແຂ່ງຂັນຮັກຊາດຂອງແມ່ຍິງ, ຕາມທິດຫຼາຍຮູບຫຼາຍແບບ, ແທດຈິງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ຄວາມມຸ້ງມາດປາຖະໜາຂອງແມ່ຍິງທຸກຊັ້ນ.