ພະມະຫາກະສັດ ກຳປູເຈຍ ຮຽກຮ້ອງແກ້ໄຂບັນດາຄວາມບໍ່ລົງລອຍກັນພາຍຫຼັງການເລືອກຕັ້ງໂດຍສັນຕິວິທີ

ພະມະຫາກະສັດ ກຳປູເຈຍ ຮຽກຮ້ອງແກ້ໄຂບັນດາຄວາມບໍ່ລົງລອຍກັນພາຍຫຼັງການເລືອກຕັ້ງໂດຍສັນຕິວິທີ - ảnh 1
ການເລືອກຕັ້ງສະພາແຫ່ງຊາດຊຸດທີ 5 ໃນວັນທີ 28/7
(ພາບ: AFP/TTXVN)

(​vovworld) – ວັນ​ທີ 7/8, ​ເຈົ້າ​ຊີວິດ ກຳປູ​ເຈຍ Norodom Sihamoni ຮຽກຮ້ອງ​ໃຫ້​ພັກ ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ ​ແລະ ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ​ສືບຕໍ່​ປຶກສາ​ຫາລື​ເພື່ອ​ຊ​ອກຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນດາ​ບັນຫາ​ເກີດ​ຂຶ້ນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ເຊິ່ງຈັດ​ຕັ້ງ​​ເມື່ອ​ວັນ​ທີ 28/7 ຜ່ານ​ມາ. ຄຳ​ສັ່ງ​ຂອງ​​ພະ​ມະຫາ​ກະສັດ ກຳປູ​ເຈຍ ກໍ່​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​ທຸກ​ຄົນ​ຄວນ​ລະງັບ​​ໃຈ.

    ຄຳ​ສັ່ງ​ຂອງ​​ພະ​ມະຫາ​ກະສັດ ກຳປູ​ເຈຍ Norodom Sihamoni ​ໄດ້​ຍົກ​ອອມາ​ພາຍຫຼັງ​ການ​ເລືອກ​ຕັ້ງ​ເພື່ອ​ເລືອກ​ເຟັ້ນ 123 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ​ເປັນ​ເວລາ 10 ວັນ. ຕາມ​ໝາກຜົນ​​ໃນ​ເບື້ອງ​ຕົ້ນ​ແລ້ວ, ພັກ ປະຊາຊົນ ກຳປູ​ເຈຍ (CPP) ຍາ​ດ​ໄດ້ 68 ທີ່​ນັ່ງ ​ແລະ ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຍາດ​ໄດ້ 55 ທີ່​ນັ່ງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, CNRP ບໍ່​ຮັບ​ຮູ້​ໝາກຜົນ​​ໃນ​ເບື້ອງ​ຕົ້ນ​ນີ້ ​ແລະ ຖະ​ແຫຼ​ງວ່າ​ໄດ້​ຮັບ​ໄຊຊະນະ​ດ້ວຍ​ 63 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດຊຸດ​ໃໝ່.

 

ຂ່າວ/ບົດ​ອື່ນ