ມອບນາມມະຍົດສາດສະດາຈານກິຕິມະສັກໃຫ້ແກ່ປະທານສະມາຄົມມິດຕະພາບ ຫວຽດນາມ ລັດເຊຍ.

ມອບນາມມະຍົດສາດສະດາຈານກິຕິມະສັກໃຫ້ແກ່ປະທານສະມາຄົມມິດຕະພາບ ຫວຽດນາມ ລັດເຊຍ. - ảnh 1
ທ່ານ Dao Trong Thi (ເບື້ອງຊ້າຍ) ພວມມອບຂອງຂວັນ
ໃຫ້ແກ່ສະມາຄົມມິດຕະພາບລັດເຊຍ ຫວຽດນາມ.
(vovworld) -  ຕອນ​ບ່າ​ຍວັນ​ທີ 25/4 ຢູ່ ສະຖາ​ບັນ​ເສດຖະກິດ ​ແລະ ກົດໝາຍ ມົດ​ສະ​ກູ, ສະຫະພັນ​ລັດ​ເຊຍ, ສາ​ສະ​ດາ​ຈານ, ດອກ​ເຕີ Vladimia Buiyanop ຜູ້ອຳນວຍການ​ສະ​ຖາ​ບັນ​ດັ່ງກ່າວ ​ໄດ້​ມອບ​ນາມ​ມະ​ຍົດ​ສາດສະດາຈານ​ກິ​ຕິ​ມະ​ສັກ​ຂອງ​ໂຮງຮຽນ​ໃຫ້​ແກ່​ທ່ານ Dao Trong Thi, ປະທານສະມາຄົມ​ມິດຕະພາບ ຫວຽດນາມ - ລັດ​ເຊ​ຍ ​ເນື່ອງ​ໃນ​ໂອກາດທ່ານ​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ຂອງ​ສະມາຄົມ​ມິດຕະພາບ      ລັດ​ເຊຍ - ຫວຽດນາມ (ອາຍຸ​ການ 2012 - 2017) ​ເພື່ອ​ຮັບ​ຮູ້​ບັນດາ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ສຶກສາ ​ແລະ ບຳລຸງ​ສ້າງ​ລະ​ຫວ່າງ​ຝ່າຍ ຫວຽດນາມ ກັບ​ສະ​ຖາ​ບັນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ສາດສະດາ​ຈານ ດອກ​ເຕີ Vladimia Buiyanop ຕີ​ລາຄາ​ສູງ​ບັນດາ​ການ​ອຸທິດ​ສ່ວນ​ຂອງ​ສາດສະດາຈານ Dao Trong Thi ທີ່​ມີ​ຕໍ່​ພາລະກິດ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ຫວຽດນາມ ກັບ​ສະ​ຖາ​ບັນ​ເສດຖະກິດ ​ແລະ ກົດໝາຍ​ມົດ​ສະ​ກູ ​ແລະ ບັນດາ​ມະຫາວິທະຍາ​ໄລ​ຢູ່ ລັດ​ເຊຍ ​ເວົ້າ​ລວມ. ທ່ານ ສາດສະດາຈານ Dao Trong Thi ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ນາມມະຍົດ​ດັ່ງກ່າວ. ທ່ານ​ເວົ້າ​ວ່າ:

“ຂ້າພະ​ເຈົ້າ​​ຮູ້ສຶກ ມີ​ຄວາມ​ຜາ​ສຸກ ​ແລະ ​ເອກອ້າງ​ທະ​ນົງ​ໃຈ ຕໍ່​ນາມມະຍົດ​ນີ້. ມັນ​ບໍ່​ພຽງ​ແຕ່​ສະຫງວນ​ໃຫ້​ແກ່​ຂ້າພະ​ເຈົ້າ​​ເອງເທົ່າ​ນັ້ນ ຫາກ​ຍັງ​ສະຫງວນ​ໃຫ້​ແກ່​ໝູ່​ຄະນະ​ໃນ​ສະມາຄົມ​ມິດຕະພາບ ຫວຽດນາມ ລັດ​ເຊຍ ຊຶ່ງ​ແມ່ນ​ອົງການ​ທີ່​ມີ​ການ​ປະກອບສ່ວນ​ຫລາຍ​ຢ່າງ​ໃນ​ການ​ພັດທະນາ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປ​ັນມູນ​ເຊື້ອ ​ແລະ ໝັ້ນຄົງ​ລະຫວ່າງ​ປະຊາຊົນສອງ​ປະ​ເທດ.”

 

ຂ່າວ/ບົດ​ອື່ນ