ຢັ້ງຢຶນເຄື່ອງໝາຍການຄ້າສິນຄ້າ ຫວຽດຢູ່ ງານຕະຫຼາດນັດ ຈີນ - ອາຊຽນ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ...
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ (ພາບ: VOV) |
ວັນທີ 12 ກັນຍາ, ງານຕະຫຼາດນັດ ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ ອາຊຽນຄັ້ງທີ 22 ໄດ້ໄຂຂຶ້ນຢູ່ ນະຄອນ ນາມໜິງ, ຈີນ. ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ສະເໜີ 3 ເນື້ອໃນຮ່ວມມື ລະຫວ່າງ ອາຊຽນ - ຈີນ, ລວມມີ: ການສືບຕໍ່ເປີດຕະຫຼາດ, ສ້າງຄວາມສະດວກກ່ວາອີກໃຫ້ແກ່ການຄ້າລະຫວ່າງບັນດາປະເທດ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດເພື່ອຊຸກຍູ້ການແລກປ່ຽນຄ້າຂາຍລະຫວ່າງບັນດາປະເທດ ໃນພາກພື້ນ ແລະ ຊຸກຍູ້ການຮ່ວມມືວິທະຍາສາດ - ເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃນການຮ່ວມມືໃໝ່.
ບັນດາປະເທດ ອາຊຽນ ແລະ ຈີນ ຕ້ອງຕັ້ງໜ້າຊຸກຍູ້ບັນດາລະບຽບການ ລົງນາມ, ໃຫ້ສັດຕະຍາບັນທີ່ອາດສາມາດ ລົງນາມ ອະນຸສັນຍາ ວ່າດ້ວຍການຍົກລະດັບເຂດການຄ້າເສລີ ຈີນ - ອາຊຽນ (ACFTA) 3.0 ຢ່າງເປັນທາງການໃນປີນີ້, ສ້າງລະບົບກົດໝາຍພາຍໃນປະເທດໃຫ້ສົມບູນແບບ ສອດຄອ່ງກັບບັນດາຂໍ້ກຳນົດໃໝ່ຂອງສັນຍາ. ວິສາຫະກິດບັນດາປະເທດ ສະມາຊິກ ອາດສາມາດນຳໃຊ້ບັນດາຜົນປະໂຫຍດເຊິ່ງ ACFTA 3.0 ນຳມາໃຫ້ຢ່າງສຸດຂີດ,