ຢ່າງໜ້ອຍສຸດມີ11ຄົນເສຍຊີວິດໃນເຫດເຮືອເອລີກອບແຕຕົກຢູ່ນອກແວ
ກຳລັງກູ້ໄພກູ້ຊີບຢູ່ສະຖານທີ່ເກີດເຫດ
(ພາບ: BBC)
(vovworld) – ສູນປະສານງານການກູ້ໄພກູ້ຊີບຂອງ ນອກແວ ໃຫ້ຮູ້ວ່າ: ໄດ້ຊອກເຫັນຊາກສົບຂອງ 11 ຄົນທີ່ຮັບເຄາະຮ້າຍຈາກເຫດເຮືອເອລີກອບແຕຕົກຢູ່ທາງທິດຕາເວັນຕົກ ນອກແວ ໃນວັນທີ 29/4. ສູນດ່ັງກ່າວກໍຍອມຮັບວ່າໃນເຮືອບິນລຳດັ່ງກ່າວມີ 13 ຄົນເຊິ່ງລວມມີຊາວນອກແວ 11 ຄົນ, ຊາວ ອັງກິດ 1 ຄົນ ແລະ ຊາວອີຕາລີ 1 ຄົນ. ທຸກຄົນເຫຼົ່ານັ້ນລ້ວນແຕ່ໄດ້ເຮັດວຽກໃຫ້ແກ່ກຸ່ມບໍລິສັດນຳ້ມັນອາຍແກຼດແຫ່ງຊາດ ນອກແວ Statoil. ກຳລັງກູ້ໄພກູ້ຊີບສືບຕໍ່ຊອກຫາ 2 ຄົນຍັງຫາຍສາບສູນ ແຕ່ຕາມໂຄສົກຂອງສູນກູ້ໄພກູ້ຊີບດັ່ງກ່າວແລ້ວ, ກາລະໂອກາດຊອກຫາໄດ້ 2 ຄົນຍັງມີຊີວິດແມ່ນໜ້ອຍທີ່ສຸດ. ເຮືອບິນເອລີກອບແຕຂົນສົ່ງສິນຄ້າຖືກຕົກຢູ່ໃກ້ກັບຝັ່ງທະເລຢູ່ນະຄອນ Bergen ເມື່ອພວມບິນຈາກຮ້ານເຈາະນຳ້ມັນ Gullaks B ໄປຍັງສະໜາມບິນ Bergen.