ພາບປະກອບ
(vovworld) – ”ລົງທຶນໃຫ້ວິທະຍາສາດ - ເຕັກໂນໂລຢີ: ການພັດທະນາຢ່າງໝັ້ນຄົງຂອງວິສາຫະກິດ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍສະຫະພັນບັນດາສະມາຄົມວິທະຍາສາດ - ເຕັກນິກຫວຽດນາມ ສົມທົບກັບກະຊວງ ວິທະຍາສາດ - ເຕັກໂນໂລຢີ, ກຳມາທິການວິທະຍາສາດ - ເຕັກໂນໂລຢີ - ສິ່ງແວດລ້ອມຂອງສະພາແຫ່ງຊາດຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 12/1 ຢູ່ນະຄອນໂຮ່ຈີມິນ. ກອງປະຊຸມສຳມະນາ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຄົ້ນຄ້ວາການນຳໃຊ້ເຕັກໂນໂລຢີ ໃໝ່ໃນບັນດາວິສາຫະກິດ ເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນນະພາບ, ນຳໃຊ້ປັນຍາສູງ, ມີຄວາມສາມາດແກ່ງແຍ້ງໃນຕະຫຼາດສາກົນຢ່າງມີປະສິດທິຜົນ, ຊ່ວຍໃຫ້ວິສາຫະກິດພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງ.
ກອງປະຊຸມສຳມະນາ, ໄດ້ສະເໜີບາງມາດຕະການຊຸກຍູ້ການເຄື່ອນໄຫວວິທະຍາສາດ - ເຕັກໂນໂລຢີ, ໃນນັ້ນມີເລື່ອງ ລັດຄວນສະຫງວນງົບປະມານໜູນຊ່ວຍບັນດານັກວິທະຍາສາດ - ເຕັກໂນໂລຢີສຳຫຼວດຕົວຈິງຢູ່ບັນດາວິສາຫະກິດ ເພື່ອວາງໜ້າທີ່ຄົ້ນຄ້ວາ, ພ້ອມນັ້ນ, ບັນດາວິສາຫະກິດຄວນຍູ້ແຮງການສ້າງຕັ້ງກອງທຶນປ່ຽນໃໝ່ເຕັກໂນໂລຢີ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວິທະຍາສາດ - ເຕັກໂນໂລຢີ.