ລັດຖະທຳມະນູນສະບັບ ປັບປຸງ - ພື້ນຖານດ້ານ ກົດໝາຍສຳຄັນໃຫ້ແກ່ ວຽກງານການຕ່າງປະເທດ

ລັດຖະທຳມະນູນສະບັບ ປັບປຸງ - ພື້ນຖານດ້ານ ກົດໝາຍສຳຄັນໃຫ້ແກ່ ວຽກງານການຕ່າງປະເທດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
(ພາບປະກອບ)


(vovworld) - ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະສ້າງສັນ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າອົງການ​ຕາງໜ້າ​ຫວຽດນາມ ປະຈຳ​ຕ່າງປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ພິ​ເສດ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ເຊິ່ງ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ຜ່ານ​ມາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຢືນຢັນ​ວ່າ ນີ້​ແມ່ນ​ເອກະສານ​ນິຕິ​ກຳ​ທີ່ມີ​ຄວາມ​ສຳຄັນ​ພິ​ເສດ ສ້າງ​ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ໄລຍະ​ພັດທະນາ​ໃໝ່​ຂອງ​ຊາດ, ​ໃນ​ນັ້ນ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​. ຂະ​ແໜງ​ການ​ທູດ​ຄວນ​ເອົາ​ໃຈ​ໃສ່​ເຖິງ​​ເລື່ອງ​ເຜີຍ​ແຜ່​​ເນື້ອ​ໃນ​ຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ​ເຖິງ​ເພື່ອນ​ມິດຢູ່​ປະ​ເທດ​ຕ່າງ​ໆໃນ​ໂລກ, ພິ​ເສດ​ແມ່ນ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ, ພ້ອມ​ທັງ​ສືບ​ຕໍ່​ຊອກ​ຮູ້, ສົ່ງ​ເສີມ, ​ເປີດ​ກວ້າງ ​ແລະ ​ເຮັດ​​ໃຫ້ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ໃນ​ໂລກ​ເຂົ້າ​ໃຈ​ຢ່າງ​ເລີກ​ເຊິ່ງກວ່າ.

        ກ່ຽວ​ກັບທິດ​ທາງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ ຂະ​ແໜງ​ການ​ທູດ​ຄວນ​ສືບ​ຕໍ່​ປະຕິບັດ​ບັນດາ​ໜ້າ​ທີ່ທີ​ໄດ້​ກຳນົດ​ໃນ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຊຸ​ດທີ 11 ຂອງ​ພັກ​ເປັນ​ຢ່າງ​ດີ ນັ້ນ​ແມ່ນ: ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະດວກສະບາຍ​ເພື່ອ​ພັດທະນາ; ປົກ​ປັກ​ຮັກສາ​ເອກະລາດ, ປະຊາທິປະ​ໄຕ, ພື້ນ​ແຜ່ນດິນ​ອັນ​ຄົບ​ຖ້ວນ; ປົກ​ປັກ​ຮັກສາ​ລະບົບ​ລັດທິ​ສັງຄົມ​ນິຍົມ; ຍົກ​ສູງ​ທີ່​ຕັ້ງ​ຂອງ​ປະ​ເທດ​ຊາດ; ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຕໍ່​ສູ້​ເພື່ອສັນ​ຕິ​ພາບ, ​ເອກະລາດ​ຂອງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ສັງຄົມ​ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ