ລັດຖະບານເບິກຈ່າຍເງິນກ່ອນເພື່ອນຳຊາກສົບຊາວຫວຽດນາມເສຍຊີວິດຢູ່ອັງກິດ 39 ຄົນກັບເມືອປະເທດ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້, ຍັງບໍ່ທັນຮູ້ວ່າຈຳນວນຄອບຄົວມີຄວາມປາດຖະໜາຢາກນຳຊາກສົບຜູ້ຖືກເຄາະຮ້າຍກັບເມືອປະເທດດ້ວຍຮູບແບບໃດ.

ລັດຖະບານເບິກຈ່າຍເງິນກ່ອນເພື່ອນຳຊາກສົບຊາວຫວຽດນາມເສຍຊີວິດຢູ່ອັງກິດ 39 ຄົນກັບເມືອປະເທດ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ

(ພາບປະກອບ: tuoi tre)

ລັດຖະບານເບີກຈ່າຍເງິນກ່ອນເພື່ອນຳຊາກສົບຊາວຫວຽດນາມເສຍຊີວິດຢູ່ອັງກິດ 39 ຄົນກັບເມືອປະເທດ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ, ເມື່ອຕອບສຳພາດຕໍ່ນັກຂ່າວຢູ່ນອກກອງປະຊຸມສະພາແຫ່ງຊາດ ໃນຕອນເຊົ້າວັນທີ 21 ພະຈິກ.

        ເຖິງຢ່າງໃດກໍ່ຕາມ, ມາຮອດຈຸດເວລານີ້, ຍັງບໍ່ທັນຮູ້ວ່າຈຳນວນຄອບຄົວມີຄວາມປາດຖະໜາຢາກນຳຊາກສົບຜູ້ຖືກເຄາະຮ້າຍກັບເມືອປະເທດດ້ວຍຮູບແບບໃດ.

        ກ່ອນອື່ນ, ດ້ວຍໜ້າທີ່ສູງສຸດ ລັດຖະບານ ຈະເບີກຈ່າຍເງິນເພື່ອເຮັດກ່ອນໃຫ້ຮັບປະກັນເວລາທີ່ເໝາະສົມ. ປະຈຸບັນ, ລັດຖະບານຫວຽດນາມ ພວມເປັນເອກະພາບດ້ານເຕັກນິກກັບຝ່າຍອັງກິດ, ຕ້ອງເຮັດລະບຽບການໃຫ້ບັນດາຄອບຄົວທີ່ຢາກນຳເອົາກະດູກ ຫຼື ຊາກສົບກັບເມືອປະເທດ… ພ້ອມທັງສັບຊ້ອນບັນດາຖ້ຽວບິນໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ