ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢ້ຽມຢາມລັດ Hessen, ປະເທດເຢຍລະມັນ

ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຢ້ຽມຢາມລັດ Hessen, ປະເທດເຢຍລະມັນ - ảnh 1
​ເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ​ຫວຽດນາມ - ​ເຢຍລະ​ມັນ
(ພາບ: tgvn.com.vn)


(vovworld) -     ວັນ​ທີ 19/9, ​ເປັນ​ການ​ເປີດ​ສາກ​ໃຫ້ການ​ຢ້ຽມ​ຢາມສາທາລະນະ​ລັດ​ສະຫະພັນ​ເຢຍລະ​ມັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Binh Minh ​ໄດ້​ໄປ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກກັບ​ອຳນາດ​ການ​ປົກຄອງ​ລັດ Hessen ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ຄ້າ ​ແລະ ການ​ລົງທຶນ​ຫວຽດນາມ - ​ເຢຍລະ​ມັນ ຢູ່​ນະຄອນ Frankfurt.  ທີ່​ການ​ພົບ​ປະ​ກັບ​ຂ້າ​ຫຼວງ​ລັດ Hessen, Volker Bouffier, ທ່ານລັດຖະມົນຕີ​ Pham Binh Minh ​ໄດ້​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ຖື​​​ການພັ​ດທະ​ນາ​ການ​ພົວພັນ​ກັບ​ເຢຍລະ​ມັນ ເປັນ​ສຳຄັນ, ​ໃນ​ນັ້ນມີ​ລັດ Hessen. ທ່ານ​ລັດຖະມົນຕີ Pham Binh Minh ກໍ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກ​ຄອງ​ລັດ Hessen ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ​ດຳລົງ​ຊີວິດ, ທຳ​ມະຫາ​ກິນ​​ເປັນ​ປົກກະຕິ, ຍາວ​ນານ ​ແລະ ​ເຊື່ອມ​ຕົວ​ເຂົ້າ​ກັບ​ລັດ Hessen.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ Frankfurt, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ອຳນາດ​ການ​ປົກ​ຄອງ​ລັດ Hessen ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ການ​ຄ້າ, ການ​ລົງທຶນ​ຫວຽດນາມ - ​ເຢຍລະ​ມັນ ດ້ວຍ​ຫົວ​ຂໍ້​ວ່າ “ການ​ດຳ​ເນີນ​ທຸ​ລະ​ກິດ ​ແລະ ການ​ລົງທຶນ​ຢ່າງ​ໝັ້ນຄົງ”. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ​ລັດ​ຖະມົນຕີ Pham Binh Minh ​ໄດ້​ຢືນຢັນ​ວ່າ ສອງ​ປະ​ເທດ​ຫວຽດນາມ - ​ເຢຍລະ​ມັນ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ເດືອນ 10/2011 ​ແລະ ​ໄດ້​ຮັບຮອງ​ເອົາ​ແຜນການ​​ດຳ​ເນີນ​ງານ​ຍຸດ​ທະ​ສາດ​​ເຊິ່ງລວມມີບັນດາ​ໂຄງການ​ສຳຄັນ, ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ​ໃຫ້​ພັດທະນາ. ຕາງໜ້​າ​ໃຫ້​ອຳນາດ​ການ​ປົກຄອງ​ລັດ Hessen, ຂະ​ຫຼວງ​ລັດ Hessen, Volker Bouffier ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ອັນ​ດັບ​ໜຶ່ງ​ຢູ່​ອາຊີ​ຕາ​ເວັນ​ອອກ. ຂະ​ຫຼວງ​ລັດ ​ໃຫ້​ຮູ້​ວ່າ ​ເລື່ອງ​ຈັດ​ຕັ້ງ​ເວທີ​ປາ​ໄສ​ການ​ຄ້າ, ການ​ລົງທຶນ​ຫວຽດນາມ - ​ເຢຍລະ​ມັນ ຢູ່ Frankfurt ​​ແມ່ນ​ການ​ຕົກລົງ​ທີ່​ຖືກຕ້ອງ ​ເພາະວ່າ ​ນະຄອນ​ນີ້​ແມ່ນ “​ແຫ່ງ​ເຕົ້າ​ໂຮມ​ທຸກ​ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເອີ​ລົບ”.

ຂ່າວ/ບົດ​ອື່ນ