ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຍີ່ປຸ່ນ
ທ່ານພົນເອກ ຟຸ່ງກວາງແທງ ຕ້ອນຮັບທ່ານ Tokuchi Hideshi, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຍີ່ປຸ່ນ
ພາບ:baomoi.com
|
(vovworld)- ຕອນບ່າຍວັນທີ 28/1 ຢູ່ ຮ່າໂນ້ຍ, ທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢືນຢັນ: ໃນຊຸມປີຜ່ານມາ, ການຮ່ວມມືປ້ອງກັນຊາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ມີບາດກ້າວພັດທະນາໃຫມ່ ແລະ ນັບມື້ນັບເສີມຂະຫຍາຍຢ່າງມີປະສິດທິຜົນ, ສອດຄ່ອງກັບການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ພົນເອກ ຟຸ່ງກວາງແທງ ສະເຫນີ ໄລຍະຈະມາເຖິງ, ສອງຝ່າຍ ຄວນສືບຕໍ່ຮັກສາການສົນທະນານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຫນູນຊ່ວຍເຊິ່ງກັນ ແລະກັນ ກ່ຽວກັບການຮ່ວມມື, ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຫລັງສົງຄາມ ແລະ ແບ່ງປັນບົດຮຽນຮັບມືກັບໄພພິບັດຊື່ງແຕ່ລະປະເທດມີທ່າແຮງ. ທ່ານ Tokuchi Hideshi, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢືນຢັນວ່າ: ຍາມໃດ ຍີ່ປຸ່ນ ຖືການຮ່ວມມືຮອບດ້ານກັບຫວຽດນາມ ເປັນສຳຄັນ, ໃນນັ້ນມີການຮ່ວມມືປ້ອງກັນຊາດ. ຍີ່ປຸ່ນ ເຊື່ອໝັ້ນວ່າ: ການພັດທະນາການຮ່ວມມືປ້ອງກັນຊາດລະຫວ່າງສອງປະເທດນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ, ເພື່ອຜົນປະໂຫຍດລວມລະຫວ່າງສອງປະເທດ ແລະ ສັນຕິພາບ, ສະຖຽນລະພາບ, ການພັດທະນາ, ວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ.