ລັດເຊຍກະກຽມວິທີການໂຕ້ຕອບມາດຕະການລົງໂທດຂອງອາເມລິກາ

(VOVWORLD) -ວັນທີ 09 ເມສາ, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ຊີ້ນຳລັດຖະບານກະກຽມບັນດາແຜນການໂຕ້ຕອບ, ພາຍຫຼັງອາເມລິກາ ຈັດວາງຄຳສັ່ງລົງໂທດແນໃສ່ ມົດສະກູ ເມື່ອອາທິດກ່ອນ.

ລັດເຊຍກະກຽມວິທີການໂຕ້ຕອບມາດຕະການລົງໂທດຂອງອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ Medvedev

(ພາບປະກອບ: TASS)

ທ່ານນາຍົກລັດຖະມົນຕີ Medvedev ໄດ້ເອີ້ນຄຳສັ່ງລົງໂທດຂອງອາເມລິກາ ແມ່ນ “ບໍ່ຖືກຕ້ອງຕາມກົດໝາຍ” ແລະ “ບໍ່ອາດຮັບຮູ້ໄດ້”, ພ້ອມທັງຢືນຢັນວ່າ ລັດເຊຍ ມີສິດໂຕ້ຕ້ອບ. ທ່ານ Medvedev ກໍ່ຮຽກຮ້ອງໃຫ້ລັດຖະບານສ້າງແຜນການຊ່ວຍບັນດາບໍລິສັດນອນໃນບັນຊີລາຍຊື່ລົງໂທດຂອງອາເມລິກາ, ລວມທັງບັນດາບໍລິສັດໃນຂົງເຂດຫຼອມໂລຫະ, ພະລັງງານ ແລະ ປ້ອງກັນຊາດ. ທ່ານ Medvedev ຖືວ່າ, ຄຳສັ່ງລົງໂທດໃໝ່ຂອງອາເມລິກາ ເນື້ອແທ້ແມ່ນບັນດາມາດຕະການອາລັກຂາການຄ້າ, ຊຸກຍູ້ບັນດາຜົນປະໂຫຍດດ້ານການຄ້າຂອງອາເມລິກາ ໃນທົ່ວໂລກ ໂດຍບໍ່ຫົວຊາຕໍ່ບັນດາຂໍ້ກຳນົດດ້ານການຄ້າທີ່ພວມປະກາດໃຊ້.

      ໃນຂະນະນັ້ນ, ວັງ Kremlin ໃຫ້ຮູ້ວ່າ, ມົດສະກູ ພວມຕິດຕາມສະພາບການຕະຫຼາດຂອງລັດເຊຍ ຢ່າງໃກ້ຊິດພາຍຫຼັງອາເມລິກາ ຈັດວາງຄຳສັ່ງລົງໂທດ. ວັງ Kremlin ພວມໄຈ້ແຍກຜົນກະທົບຈາກບັນດາມາດຕະການລົງໂທດດັ່ງກ່າວ, ແຕ່ວຽກງານດັ່ງກ່າວຕ້ອງໃຊ້ເວລາດົນ.

ຕອບກັບ

ຂ່າວ/ບົດ​ອື່ນ