ປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AP)
(vovworld)- ປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງເມື່ອວັນທີ 27/9 ວ່າ ລັດເຊຍພຽງຈະໜູນຊ່ວຍດ້ານການທະຫານໃຫ້ແກ່ກອງທັບໄດ້ຮັບການສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍຂອງປະທານາທິດີ ຊີຣີ Al Assad, ຕາມຫຼັກການຂອງກົດບັດແຫ່ງ ສ.ປ.ຊ. ຄຳຖະແຫຼງດັ່ງກ່າວໂດຍ ປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກມາໃນການຕອບສຳພາດບັນດາບໍລິສັດໂທລະພາບອາເມລິກາ ກ່ອນທີ່ຈະພົບປະກັບ ປະທານາທິບໍດີອາເມລິກາໃນວັນທີ 28/9. ປະທານາທິບໍດີ ລັດເຊຍ Vladimir Putin ຢືນຢັນວ່າ ປະຈຸບັນ, ລັດເຊຍບໍ່ມີແຜນການເຂົ້າຮ່ວມບໍ່ວ່າ ບັ້ນການທະຫານໃດໆຢູ່ດິນແດນຊີຮີ ກໍຄືປະເທດອື່ນໆ.