vovworld)- ວັນທີ 16/6, ປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ລັດເຊຍ ຈະເພີ່ມເຕີມລູກສອນໄຟນຳວິຖີຂ້າມທະວີບລຸ້ນໃຫມ່ກວ່າ 40 ລູກໃຫ້ແກ່ສາງອາວຸດນິວເຄຼຍໃນປີນີ້, ໃນສະພາວະການມີເຈົ້າຫນ້າທີ່ປ້ອງກັນຊາດຄົນຫນຶ່ງຂອງປະເທດນີ້ ກ່າວຫາອົງການ Nato ພວມປຸກປັ່ນຍຸແຍ່ການຊ່ວງເສັງປະກອບອາວຸດ. ກ່າວຄຳເຫັນທີ່ພິທີໄຂງານວາງສະແດງອາວຸດ ແລະ ການທະຫານ ຢູ່ທາງທິດຕາເວັນຕົກ ມຸດສະກູ, ທ່ານ ປະທານາທິບໍດີ ລັດເຊຍ V.Putin ໃຫ້ຮູ້ວ່າ: ກອງທັບ ລັດເຊຍ ຈະໄດ້ຮັບການປະກອບອາວຸດໃຫມ່ຫລາຍປະເພດ, ໃນນັ້ນ ມີລົດຖັງ Armata ແລະ ລົດຫຸ່ມເກາະລຸ້ນໃຫມ່.