ລັດເຊຍແລະອາເມລິກາຕົກລົງເພີ່ມທະວີການສົມທົບກັນແກ້ໄຂວິກິດການຊີຣີ

ລັດເຊຍແລະອາເມລິກາຕົກລົງເພີ່ມທະວີການສົມທົບກັນແກ້ໄຂວິກິດການຊີຣີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergey Lavrov
(ພາບ​ປະ​ກອບ: Sputnik)


(vovworld) - ​​ວັນ​ທີ 16/03, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergey Lavrov ແລະ ຄ​ູ່​​ຕ​ຳ​ແໜ່​ງ​ອາ​ເມ​ລິ​ກາ John Kerry ໄດ້​ມີ​ການ​ໂ​ອ​້​ລົມ​ທາງ​ໂທ​ລະ​ສັບ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ, ໃນ​ນັ້ນ​ມີ​ບັນ​ຫາ​ເຄົາ​ລົບ​ຄຳ​ສັ່ງ​ຢຸດ​ຍິງ​ຂອງ​ ຝ່າຍ​ຕ່າງໆ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ 2 ຝ່າຍ​ໄດ້​ຕົກ​ລົງ​​ກັນເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ເຊຍ - ອາ​ເມ​ລິ​ກາ ໃນ​ການ​ແກ້​ໄຂວິ​ກິດ​ການ​ຊີ​ຣີ. ທ່ານ John Kerry ເນັ້ນ​ໜັກ​ວ່າ, ຕ້ອງ​ບັ​​ນລຸ​ຄວາມ​ກ້າວ​ໜ້າ​ໃນ​ວິ​ວັດ​ທະ​ນາ​ການ​ດ້ານການ​ເມືອງ​ຢູ່​ຊີ​ຣີ ກ​ໍ​ຄື​ບັນ​ດາ​ຝ່າຍ​ຕ້ອງ​ເຄົາ​ລົບ​ຄຳ​ສັ່ງ​ຢຸດ​ຍິງ ແລະ ເປີດກວ້າງການ​ໜູ​ນ​ຊ່ວຍ​ມະ​ນຸດ​ສະ​ທຳ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ກ​ໍ​ໃຫ້​ຮູ້​ວ່າ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີກ່​ຽວ​ກັບ​ການ​ໄປ​ປະ​ຕິ​ບັດ​ງານ​​ຂອງ​ທ່ານ Kerry ​ເຖິງ​ມົດ​ສະ​ກູ ໃນ​ອາ​ທິດ​ໜ້າ, ໃນ​ນັ້ນ​ທ່ານ Kerry ຈະ​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແໜ່ງ Sergey Lavrov ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ຕ້​ອນ​ຮັບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊ​ຍ. ຈຸດ​ປະ​ສົງ​ຂອງ​ການ​ໄປ​ປະ​ຕິ​ບັດ​ງານ​​ໃນ​ຄັ້ງ​ນີ້ແມ່ນ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ແກ​້​ໄຂ​ໃຫ້​ວິ​ກິດ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ ແລະ ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ພົວ​ພັນ 2 ຝ່າຍ​ກັບ​ລັດ​ເຊຍ ກໍ​ຄື​ການ​ປະ​ທະ​ກັນ​ຢູ່ຢ​ູ​ແກຼນ.


ຂ່າວ/ບົດ​ອື່ນ